spot_img
Homeເກມໃຜໃຊ້ Android ຢ່ານ້ອຍໃຈໄປ... ເມື່ອຫຼ້າສຸດນີ້ Nintendo ປະກາດລົງເກມ Fire Emblem ໃຫ້ກັບສະມາດໂຟນ ໃນວັນທີ 2 ກຸມພານີ້!!

ໃຜໃຊ້ Android ຢ່ານ້ອຍໃຈໄປ… ເມື່ອຫຼ້າສຸດນີ້ Nintendo ປະກາດລົງເກມ Fire Emblem ໃຫ້ກັບສະມາດໂຟນ ໃນວັນທີ 2 ກຸມພານີ້!!

Published on

​ເຊື່ອວ່າມີຫຼາຍຄົນທີ່ໃຊ້ມືຖື Android ກຳລັງຖ້າຫຼິ້ນເກມ Super Mario Run ຢູ່ໃນຕອນນີ້, ເຊິ່ງທາງ Nintendo ເອງກໍອອກມາປະກາດແລ້ວວ່າຊາວ Android ເຮົາຈະໄດ້ຫຼິ້ນເກມນີ້ໃນຊ່ວງເດືອນມີນານີ້… ແຕ່ວ່າມື້ນີ້ຜູ້ຂຽນມີຂ່າວດີສຳລັບຜູ້ໃຊ້ລະບົບ Android ມາຝາກ, ເມື່ອ Nintendo ໄດ້ປະກາດລົງເກມຊີຣີ Fire Emblem ໃຫ້ກັບລະບົບ Android ໃນວັນທີ 2 ກຸມພານີ້!!

ເວົ້າໄດ້ວ່າເປັນຄັ້ງທຳອິດແທ້ໆທີ່ຊີຣີ Fire Emblem ລົງໃຫ້ກັບເຄື່ອງອື່ນນອກຈາກເຄື່ອງເກມຂອງ Nintendo ເອງ, ໂດຍມີຊື່ຢ່າງເປັນທາງການວ່າ: “Fire Emblem Heroes”. ສຳລັບ Fire Emblem Heroes ຈະເປັນເກມແນວວາງແຜນການຮົບຄືຊີຣີຂອງ Fire Emblem ປົກກະຕີ, ເຊິ່ງເຮົາຈະໄດ້ຮັບບົດເປັນຜູ້ສ້າງນັກຮົບທີ່ສາມາດເອີ້ນວີລະບູລຸດຈາກຊີຣີ Fire Emblem ອອກມາໄດ້ ແຕ່ວ່າໂຕເກມຈະປະສົມປະສານກັບລະບົບກາຊາທີ່ຈະສາມາດເອີ້ນວິລະບູລຸດທັງຫຼາຍມາໃຊ້ໄດ້ໂດຍການເປີດກາຊານັ້ນເອງ ສຳລັບຕົວຢ່າງຂອງເກມແມ່ນດ້ານລຸ່ມນີ້. 

ສຳລັບເກມ Fire Emblem Heroes ແມ່ນຈະປ່ອຍມາແບບຫຼິ້ນຟຣີແຕ່ມີຄ່າໃຊ້ຈ່າຍພາຍໃນ ເຊິ່ງຈະປ່ອຍໃຫ້ດາວໂຫຼດກັນທີ່ Google Play ໃນວັນທີ 2 ກຸມພາ 2017 ນີ້,  ສ່ວນລະບົບ iOS ຈະນຳມາໃນພາຍຫຼັງ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...