spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 20 ມັງກອນ ຫຼືມື້ວາງຈຳໜ່າຍເຄື່ອງເກມ Nintendo DS

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 20 ມັງກອນ ຫຼືມື້ວາງຈຳໜ່າຍເຄື່ອງເກມ Nintendo DS

Published on

ວັນທີ 20 ມັງກອນ ປີ 2004 ຫຼືມື້ນີ້ເມື່ອ 13 ປີກ່ອນ ເປັນມື້ທີ່ທາງ Nintendo ໄດ້ປະກາດເປີດໂຕ Nintendo DS ເຄື່ອງຫຼິ້ນເກມແບບພົກພາລຸ້ນໃໝ່ທີ່ຈະມາແທນ Game Boy Advance ໃນຕອນນັ້ນ. ດ້ວຍຄວາມທີ່ຮູບຊົງທີ່ແປກໃໝ່, ສະດຸດຕາ, ບວກກັບໂຕເຄື່ອງທີ່ມີໜ້າຈໍແບບ TFT LCD ຂະໜາດ 3 ນິ້ວ (ເທິງ-ລຸ່ມ) ເຊິ່ງທັງສອງຈໍຕ່າງກໍມີໂຕປະມວນຜົນແຍກກັນຕ່າງຫາກ ພ້ອມຮອງຮັບການເຊື່ອມຕໍ່ສັນຍານ Wi-Fi ເພື່ອຫຼິ້ນຮ່ວມກັບຜູ້ຫຼິ້ນອື່ນໃນໄລຍະໃກ້ໆໄດ້. ເຊິ່ງລະຫວ່າງທີ່ຖະແຫຼງຂ່າວເປີດໂຕນັ້ນ ທ່ານຊາໂຕຣຸ ອິວາຕະ ອະດີດປະທານເຈົ້າໜ້າທີ່ບໍລິຫານ (CEO) ຂອງ Nintendo ຜູ້ລ່ວງລັບໄປແລ້ວ ເຄີຍກ່າວໄວ້ວ່າ: “Nintendo DS ຈະສ້າງຄວາມແຕກຕ່າງຈາກເຄື່ອງເກມອື່ນໆທີ່ມີຢູ່ໃນຕະຫຼາດປັດຈຸບັນ ທັງນີ້ກໍເພື່ອໃຫ້ຜູ້ຫຼິ້ນໄດ້ຮັບປະສົບການໃໝ່ໆທີ່ຈະຫາໄດ້ໃນສະຕະວັດທີ 21 ຈາກເຄື່ອງ Nintendo DS ນີ້ເທົ່ານັ້ນ”

Fact ເລັກນ້ອຍກ່ຽວກັບເຄື່ອງ Nintendo DS

  • Nintendo DS ມີຟີເຈີຣ໌ Backward Compatability ໂດຍຈະມີຊ່ອງໃສ່ກະແຊັດ Game Boy Advance ຢູ່ທາງດ້ານລຸ່ມ ເຮັດໃຫ້ສາມາດຫຼິ້ນເກມຂອງ Game Boy Advance ເພື່ອລະນຶກຄວາມຫຼັງໃນເຈນກ່ອນໜ້າໄດ້ ເຊິ່ງຟີເຈີຣ໌ດັ່ງກ່າວແມ່ນເອື້ອປະໂຫຍດໃຫ້ກັບຜູ້ຫຼິ້ນ Pokemon ຫຼາຍ, ເນື່ອງຈາກວ່າສາມາດໂອນເຊບໄປທີ່ເກມ Pokemon ທີ່ລົງໃຫ້ກັບເຄື່ອງ Nintendo DS ໂດຍສະເພາະໄດ້ (ແຕ່ຮອງຮັບພຽງ Nintendo DS ແລະ Nintendo DS Lite ເທົ່ານັ້ນ)

  • ເກມທີ່ຂາຍດີທີ່ສຸດຂອງເຄື່ອງ Nintendo DS ແມ່ນ New Super Mario Bros. ໂດຍສາມາດເຮັດຍອດຂາຍໄປໄດ້ເຖິງ 30.79 ລ້ານຊຸດ (ນັບຮອດວັນທີ 30 ກັນຍາ 2015)

  • ຈົນມາຮອດວັນທີ 30 ກັນຍາ ປີ 2014 ເຄື່ອງ Nintendo DS ໄດ້ເຮັດຍອດຂາຍລວມທັງໝົດປະມານ 154 ລ້ານເຄື່ອງ ນັບເປັນເຄື່ອງເກມແບບພົກພາທີ່ຂາຍດີທີ່ສຸດໃນໂລກ ແລະເປັນອັນດັບ 2 ຫາກນັບໃນຖານະເຄື່ອງຫຼິ້ນເກມຄອນໂຊລທີ່ຂາຍດີທີ່ສຸດຕະຫຼອດການຮອງຈາກ PlayStation 2 ທີ່ເຮັດຍອດຂາຍລວມໄປໄດ້ກວ່າ 155 ລ້ານເຄື່ອງ

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...