spot_img
HomeBaby-ແມ່ແລະເດັກ5 ວິທີສອນລູກບໍ່ໃຫ້ກາຍເປັນຄົນຂີ້ດື້ ແລະ ເອົາແຕ່ໃຈ

5 ວິທີສອນລູກບໍ່ໃຫ້ກາຍເປັນຄົນຂີ້ດື້ ແລະ ເອົາແຕ່ໃຈ

Published on

ໃນຄໍລຳ ແມ່ ແລະ ລູກ ມື້ນີ້ແອັດມິນມີ ວິທີການສອນລູກມານຳສະເໜີ ໃຫ້ແຟນເພສໄດ້ອ່ານ ໂດຍສະເພາະຄົນທີ່ມີລູກແລ້ວ ຫຼື ກຳລັງຈະມີລູກ ຄວນສຶກສາໄວ້ ເພື່ອທ່ານອາດຈະໄດ້ໃຊ້ມັນກັບລູກຂອງທ່ານ ແຕ່ຈະມີວິທີໃດແນ່ນັ້ນເຮົາມາອ່ານນຳກັນເລີຍ

  1. ສັງເກດເບິ່ງພຶດຕິກຳຂອງລູກໃຫ້ຫຼາຍຂຶ້ນ ເຖິງຈະແມ່ນລາຍລະອຽດເລັກໆນ້ອຍກໍ່ຕາມ ຖ້າເຫັນວ່າລູກມີພຶດຕິ ກຳທີ່ຄິດວ່າບໍ່ເປັນຜົນດີ, ບໍ່ແມ່ນສິ່ງທີ່ຖືກຕ້ອງ ເຖິງມັນຈະເປັນເລື່ອງເລັກນ້ອຍກໍ່ຕາມ ເຊັ່ນ: ມັກຕີສັດ, ມັກທຳລາຍສິ່ງຂອງເຄື່ອງຫຼິ້ນ, ມັກຕີລູກຄົນອື່ນ, ມັກຈັບເຄື່ອງຂອງຄົນອື່ນແບບບໍ່ຄອບກ່າວ, ມັກຮ້ອງກີ໊ດກ໊າດໆ ຫຼື ແມ່ນແຕ່ເວົ້າບໍ່ມ່ວນ ຜູ້ເປັນພໍ່ແມ່ກໍ່ຄວນສັ່ງສອນລູກໃຫ້ຮູ້ຜິດຖືກ ຢ່າປ່ອຍໃຫ້ລູກເຮັດເພາະເຫັນວ່າມັນເປັນເລື່ອງເລັກນ້ອຍ ເພາະຖ້າລູກເຮັດດົນໆໄປແລ້ວມັນຈະກາຍເປັນນິໃສຂອງລູກ
  2. ແກ້ໄຂບັນຫາທີ່ຕົ້ນເຫດ ເມື່ອຜູ້ເປັນພໍ່ແມ່ຮູ້ສາເຫດທີ່ລູກເກີດອາການດື້ ຫຼື ເອົາແຕ່ໃຈກໍ່ຄວນແກ້ໄຂໄປຕາມສາເຫດນັ້ນ ເຊັ່ນ: ເມື່ອລູກມີເຄື່ອງຫຼິ້ນຢູ່ແລ້ວ ແຕ່ໄຫ້ຄັດເພາະຢາກໄດ້ອັນໃໝ່ອີກ ເຮົາກໍ່ບໍ່ຄວນຕາມໃຈດ້ວຍການຊື້ໃຫ້ທຸກຄັ້ງ ຄວນພາລູກອອກຫ່າງຈາກສິ່ງທີ່ລູກຢາກໄດ້ ແລະ ຊວນລູກເບິ່ງອັນອື່ນ ຫຼື ລົມເລື່ອງອື່ນ ເພື່ອໃຫ້ລູກລືມ
  3. ພັດທະນາການຂອງລູກ ຜູ້ເປັນພໍ່ແມ່ຄວນສຶກສາຂໍ້ມູນກ່ຽວກັບຄວາມຕ້ອງການຂອງລູກໃນແຕ່ລະຊ່ວງໄວອາຍຸ ເຊັ່ນ: ເມື່ອລູກໄດ້ອາຍຸ 3 ປີ ພໍ່ແມ່ຄວນສອນຫຍັງໃຫ້ລູກ ສອນແຕ່ເລື່ອງດີໆ ຫຼື … ແລະ ເມື່ອສອນໄປແລ້ວຕ້ອງເບິ່ງຄືນອີກວ່າລູກສາມາດເຂົ້າໃຈທີ່ເຮົາສອນໄດ້ຫຼາຍໜ້ອຍຊ່ຳໃດ
  4. ພໍ່ແມ່ ຄວນມັ່ນລົມ ພ້ອມທັງຟັງສິ່ງທີ່ລູກຢາກເວົ້າ ແລະ ໃຫ້ຄຳປຶກສາກັບລູກ ຖ້າສິ່ງໃດດີກໍ່ສະໜັບສູນ ສ່ວນສິ່ງໃດຜິດກໍ່ອະທິບາຍໃຫ້ລູກເຂົ້າໃຈ ພະຍາຍາມສອນໃຫ້ລູກຮູ້ຈັກແຍກແຍະຄວາມຜິດຖືກ
  5. ຖ້າລູກມີພຶດຕິກຳເອົາແຕ່ໃຈ ຄັດແອ່ວບໍ່ເຊົາ ສິ່ງທຳອິດທີ່ພໍ່ແມ່ຄວນເຮັດຄືຄວບຄຸມອາລົມຂອງຕົວເອງກ່ອນ ຢ່າຟ້າວໃຈຮ້າຍ ແລະ ວິເຄາະກ່ອນວ່າສິ່ງທີ່ລູກຢາກໄດ້ນັ້ນມັນເໝາະສົມ ຫຼື ບໍ່ ຖ້າທ່ານຄິດວ່າມັນບໍ່ເໝາະສົມກໍ່ຕັດສິນໃຈໃຫ້ເດັດຂາດ ຢ່າໃຈອ່ອນໃຫ້ກັບນ້ຳຕາ ແລະ ສຽງຮ້ອງໄຫ້ຂອງລູກທຸກຄັ້ງ ເພາະຈະເຮັດໃຫ້ລູກຈື່ໄດ້ວ່າ ຖ້າຢາກໄດ້ຫຍັງຕ້ອງຄັດແອ່ວເອົາແລ້ວພໍ່ແມ່ຈະຊື້ໃຫ້ ເຊິ່ງມັນຈະສົ່ງຜົນເສຍໃນອານາຄົດເມື່ອເວລາທີ່ເຂົາໃຫຍ່ຂຶ້ນມາ.

ສິ່ງທີ່ກ່າວມາຂ້າງເທິງນີ້ ແມ່ນພຽງທິດສະດີໜຶ່ງທີອ່ານເບິ່ງແລ້ວຄືງ່າຍ ແຕ່ຄວາມຈິງແລ້ວມັນອາດເປັນເລື່ອງຍາກໃນພາກປະຕິບັດ ສຳລັບພໍ່ແມ່ບາງຄົນ ເພາະດ້ວຍຄວາມຮັກທີ່ພໍ່ແມ່ມີຕໍ່ລູກ ແຕ່ຖ້າຢາກໃຫ້ລູກ ໃຫຍ່ຂຶ້ນມາແລ້ວເປັນຄົນທີ່ບໍ່ດື້ ແລະ ບໍ່ເອົາແຕ່ໃຈ ພໍ່ແມ່ກໍ່ຕ້ອງໃຈແຂງລອງເອົາວິທີທີ່ກ່າວມາຂ້າງເທິງນີ້ໄປໃຊ້ລອງເບິ່ງເດີ້

ຂໍ້ມູນຈາກ: http://women.thaiza.com/

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...