Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ຈະເຂົ້າກວດຄົ້ນ ທີ່ພັກແລະຊັບສິນຂອງ ທ້າວ ໄຊຊະນະ ໄວໆ ນີ້

ເຈົ້າໜ້າທີ່ຈະເຂົ້າກວດຄົ້ນ ທີ່ພັກແລະຊັບສິນຂອງ ທ້າວ ໄຊຊະນະ ໄວໆ ນີ້

Published on

ຕອນຄ່ຳຂອງວັນທີ 19 ມັງກອນ 2017 ວານນີ້ ເຈົ້າໜ້າທີ່ຕຳຫຼວດຊຸດປາບຢາເສບຕິດຂອງໄທ ໄດ້ຈັບກຸມຄຸມໂຕທ້າວ ໄຊຊະນະ ແກ້ວພິມພາ ທີ່ສະໜາມບິນສາກົນສຸວັນນະພູມ ປະເທດໄທ ໃນຂໍ້ຫາເປັນຫົວໜ້າເຄືອຂ່າຍຄ້າຢາເສບຕິດຂ້າມຊາດລາຍໃຫຍ່ ມີການພົວພັນກັບກຸ່ມຄ້າຢາລາຍໃຫຍ່ ໃນພາກໃຕ້ຂອງໄທ.

16195195_601603600043424_3582122945204936036_n

ຂ່າວການຈັບກຸມດັ່ງກ່າວ ເປັນຂ່າວໃຫຍ່ທີ່ໂດ່ງດັງໄປທົ່ວປະເທດລາວແລະໄທ ໂດຍສະເພາະແມ່ນໃນຂ່າວອອນລາຍ ໂດຍລະບຸວ່າຜູ້ກ່ຽວເປັນປະຊາຊົນລາວ ອາໄສຢູ່ເມືອງຫິນບຸນ ແຂວງຄຳມ່ວນ ໂດຍຜູ້ກ່ຽວມີຖານະລ້ຳລວຍແບບຜິດປົກກະຕິ ມີລົດຫຼູຫຼາລາຄາແພງໆ ຢູ່ຫຼາຍຄັນ.

ມື້ນີ້, ວັນທີ 20 ມັງກອນ 2017 ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທີ່ບໍ່ປະສົງອອກນາມໄດ້ລາຍງານຕໍ່ນັກຂ່າວລາວໂພສຕ໌ພວກເຮົາວ່າ ທາງເຈົ້າໜ້າທີ່ກຳລັງວາງແຜນຈະເຂົ້າກວດຄົ້ນຊັບສິນແລະທີ່ຢູ່ອາໄສຂອງ ທ້າວ ໄຊຊະນະ ແກ້ວພິມມາ ທີ່ເມືອງຫິນບຸນ ແຂວງຄຳມ່ວນ ໃນໄວໆນີ້ ແລະເຈົ້າໜ້າທີ່ຄົນດັ່ງກ່າວກໍບໍ່ໄດ້ຢືນຢັນວ່າຈະປະຕິບັດການໃນວັນແລະເວລາໃດແທ້.

ພ້ອມກັນນັ້ນ, ກໍຍັງບໍ່ຢືນຢັນວ່າຜູ້ກ່ຽວເປັນພໍ່ຄ້າຢາເສບຕິດລາຍໃຫຍ່ຕາມທີ່ເປັນຂ່າວຫຼືບໍ່ ເພາະຕ້ອງລໍຖ້າການສືບສວນສອບສວນ ແລະພະຍານຫຼັກຖານຕ່າງໆ ຕາມຂະບວນການຂອງກົດໝາຍ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...