spot_img
Homeຂ່າວທ້ອງຖິ່ນກະຊວງ ຖວທ ຮີບຮ້ອນ ສ້າງນິຕິກຳວັດທະນະທຳມະຫາຊົນ

ກະຊວງ ຖວທ ຮີບຮ້ອນ ສ້າງນິຕິກຳວັດທະນະທຳມະຫາຊົນ

Published on

ຮີບຮ້ອນ ສ້າງນິຕິກຳວັດທະນະທຳມະຫາຊົນ ເພື່ອຮັບມືການບໍລິໂພກ ວັດທະນະທຳສາກົນ ແລະ ຕ້ານການຟຸມເຟືອຍ

ການຈັດງານບຸນປະເພນີ ຫລື ງານແຕ່ງດອງ ທີ່ເນັ້ນໃສ່ທຸລະກິດ, ໂດຍສະເພາະງານແຕ່ງດອງ ທີ່ຜູ້ບໍ່ມີເງິນກໍໄປຢືມມາເຮັດ ຜູ້ມີເງິນກໍຈັດແບບຍິ່ງໃຫຍ່, ປະສົບປະສານຫລາຍວັດທະນະທຳ ບາງຮີດຈັດຫລາຍມື້ຫລາຍເທື່ອ ເຊິ່ງໃນຕໍ່ໜ້າການ ຈັດງານ ບຸນປະເພນີ ຫລື ແຕ່ງດອງແບບນີ້ ຊິຈັດຕາມໃຈຕົນເອງອາດຈະບໍ່ໄດ້ແລ້ວ ເພາະກະຊວງ ຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພວມຮີບຮ້ອນສ້າງນິຕິກຳວັດທະນະທຳມະຫາຊົນ ເພື່ອຮັບມືກັບການບໍລິໂພກ ວັດທະນະທຳສາກົນ ໄປຄວບ ຄູ່ກັບການຕ້ານປະກົດການຫຍໍ້ທໍ້ ແລະ ພຶດຕິກຳຟຸມເຟືອຍ ແບບບໍ່ເໝາະ ສົມ ເປັນຕົ້ນການຫາລາຍໄດ້ຈາກບຸນປະເພນີ, ການເຮັດທຸລະກິດງານດອງ ແລະ ອື່ນໆ.

ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັດທະນະທຳມະຫາຊົນ ກະຊວງຖະແຫລງ ຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ ໄດ້ເປີດເຜີຍໃຫ້ຮູ້ກ່ຽວກັບການສ້າງນິຕິກຳນີ້ວ່າ: ນິຕິກຳວັດທະນະທຳມະຫາຊົນນີ້ ລວມມີດຳລັດວ່າດ້ວຍການ ຄຸ້ມຄອງ ຮີດຄອງປະເພນີການເຮັດບຸນ, ພິທີກຳ; ດຳລັດວ່າດ້ວຍປະເພນີ ຊາປະນະກິດສົບ; ດຳລັດວ່າດ້ວຍການແຕ່ງດອງ ແລະ ດຳລັດວ່າດ້ວຍການສ້າງຄົນ, ຄອບຄົວ, ບ້ານ, ກຸ່ມບ້ານ, ກົມກອງ, ສຳນັກງານ ແລະ ເມືອງວັດທະນະທຳ. ຄາດວ່າຈະໃຫ້ສຳເລັດໃນ 6 ເດືອນຕົ້ນປີ 2017 ນີ້.

ຖ່າຍທຳ-ຕັດຕໍ່: Vong Saiyalard

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...