spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 19 ມັງກອນ ຫຼືມື້ວາງຈຳໜ່າຍເກມ The Legend of Dragoon

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 19 ມັງກອນ ຫຼືມື້ວາງຈຳໜ່າຍເກມ The Legend of Dragoon

Published on

​ວັນທີ 19 ມັງກອນ ປີ 2001 ຫຼືມື້ນີ້ເມື່ອ 16 ປີກ່ອນ ເປັນມື້ວາງຈຳໜ່າຍເກມ The Legend of Dragoon ເທິງເຄື່ອງ PS1 ທີ່ສະຫະລາດຊະອານາຈັກ, ເຊິ່ງເກມດັ່ງກ່າວເປັນເກມ RPG ທີ່ພັດທະນາໂດຍທາງ Sony ເອງເພື່ອໃຫ້ເປັນເກມ Exclusive ສຳລັບເຄື່ອງ PS1 ໃນຕອນນັ້ນທີ່ກຳລັງເຂົ້າສູ່ຊ່ວງປາຍຂອງ PS1 ແລະກຳລັງເຂົ້າສູ່ຍຸກທຳອິດຂອງ PS2. ສຳລັບ The Legend of Dragoon ນັ້ນມີຈຸດເດັ່ນທີ່ຄວາມແປກໃໝ່ຂອງດ້ານເນື້ອຫາ ລວມໄປເຖິງ Gameplay ໃນຕອນຕໍ່ສູ້ທີ່ຜູ້ຫຼິ້ນຕ້ອງກົດປຸ່ມໃນຕອນເຂົ້າໂຈມຕີໃຫ້ຖືກຈັງຫວະເພື່ອຕໍ່ຄອມໂບເປັນທ່າຕ່າງໆ. ນອກຈາກນີ້ແລ້ວເມື່ອຫຼິ້ນໄປຮອດຊ່ວງໜຶ່ງຜູ້ຫຼິ້ນຈະໄດ້ຮັບພະລັງພິເສດທີ່ສາມາດແປງເປັນນັກຮົບມັງກອນໄດ້ ໂດຍໂຕເອກແລະພັກພວກຄົນອື່ນໆໃນປາຣ໌ຕີ້ຈະມີພະລັງມັງກອນກັນຄົນລະສາຍແຕກຕ່າງກັນໄປ. 

Fact ເລັກນ້ອຍກ່ຽວກັບເກມ The Legend of Dragoon

  • ເກມນີ້ໄດ້ຮັບຄຳວິຈານຈາກຫຼາຍສຳນັກໄປໃນທາງບວກ ອີກທັງຍັງສາມາດເຮັດຍອດຂາຍໄປໄດ້ເຖິງ 960,000 ຊຸດໃນທະວີບອາເມຣິກາເໜືອ ແລະເກືອບ 300,000 ຊຸດໃນຍີ່ປຸ່ນ, ໂດຍສະເພາະແມ່ນສຳນັກຂ່າວ GamesRadar ຍັງເຄີຍບອກນຳວ່າ The Legend of Dragoon ນັ້ນມີອົງປະກອບຫຼາຍຢ່າງໃນໂຕເກມທີ່ສະແດງເຖິງຄວາມເປັນເກມ RPG ທີ່ດີ ບໍ່ວ່າຈະເປັນດ້ານເນື້ອເລື່ອງທີ່ເລິກເຊິ່ງ, ລະບົບເກມທີ່ຂ້ອນຂ້າງເປັນມິດກັບຜູ້ຫຼິ້ນ ເຖິງວ່າຈະຍັງມືໃໝ່ແລະບໍ່ເຄີຍສຳຜັດແນວ RPG ມາກ່ອນກໍຍັງມ່ວນເພີດເພີນໄປກັບມັນໄດ້ ແລະຍັງມີແນວໂນ້ມທີ່ຈະທ້າຊິງຄວາມຍິ່ງໃຫຍ່ຂອງຊີຣີ Final Fantasy ໄດ້ຫາກມັນໄດ້ຮັບການພັດທະນາຕໍ່ຍອດ ແລະສະໜັບສະໜູນທີ່ດີພໍ ແຕ່ວ່າສຸດທ້າຍແລ້ວເກມນີ້ກໍບໍ່ມີການເຮັດພາກຕໍ່ອອກມາເລີຍ.  

  • ວັນທີ 22 ທັນວາ ປີ 2010 ທາງ Sony ໄດ້ວາງຈຳໜ່າຍເກມນີ້ແບບ Digital Download ໃນ PlayStation Store ຂອງເຄື່ອງ PS3 ແລະປ່ອຍເວີຊັ່ນພາສາອັງກິດຕາມມາ ໃນວັນທີ 1 ພຶດສະພາ ປີ 2012 ເຊິ່ງດ້ວຍຄວາມນິຍົມທີ່ຍັງບໍ່ຫາຍໄປຈາກແຟນໆ ທີ່ເຄີຍຫຼິ້ນເກມນີ້ມາກ່ອນ ເຮັດໃຫ້ເກມນີ້ຕິດອັນດັບເກມຂາຍດີທີ່ສຸດຂອງປະເພດ PS1 Classic ເປັນເວລາຍາວນານເຖິງ 3 ເດືອນ ແລະຍັງຄົງຕິດ 5 ອັນດັບເກມຂາຍດີທີ່ສຸດເທິງ PlayStation Store ໃນຊ່ວງເວລານັ້ນເປັນເວລາເຖິງ 5 ເດືອນອີກນຳ. 

  • The Legend of Dragoon ເຄີຍມີການເຮັດເປັນມັງງະສຳລັບຈຳໜ່າຍໃນປະເທດຍີ່ປຸ່ນ ໂດຍຜູ້ແຕ້ມແມ່ນທ່ານ Ataru Cagiva, ສຳລັບເນື້ອຫາພາຍໃນມັງງະຈະອີງຈາກເນື້ອເລື່ອງຊ່ວງແຜ່ນທີ 1 ຂອງເກມ ແຕ່ໄດ້ມີການແຕກລາຍອອກຈາກພລ໋ອດເລື່ອງຫຼັກໃນຫຼາຍໆສ່ວນ ແຖມຍັງຕັດເອົາໂຕລະຄອນ ຈົນເຖິງເຫດການຕ່າງໆທີ່ເກີດຂຶ້ນໃນເກມອອກໄປຫຼາຍເຕີບ ເນື່ອງຈາກບັນຫາດ້ານຂໍ້ຈຳກັດຂອງຈຳນວນໜ້າໜັງສື ຊ້ຳຮ້າຍໜັງສືໄດ້ຖືກຕີພິມພຽງແຕ່ສະບັບທຳອິດສະບັບດຽວເທົ່ານັ້ນ ແລະວາງຈຳໜ່າຍໃນປີ 2000 ສະເພາະໃນປະເທດຍີ່ປຸ່ນ ພາຍໃຕ້ການເບິ່ງແຍງຂອງສຳນັກພິມ Bros. Comics ເຊິ່ງມັງງະຈາກເກມເລື່ອງນີ້ກໍບໍ່ເຄີຍຖືກນຳໄປແປເປັນພາສາອັງກິດເພື່ອຈຳໜ່າຍໃນອາເມຣິກາເລິຍ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...