spot_img
Homeເກມ6 ເກມສະຢອງຂວັນທີ່ສ້າງມາໂດຍການອີງຈາກເລື່ອງແທ້

6 ເກມສະຢອງຂວັນທີ່ສ້າງມາໂດຍການອີງຈາກເລື່ອງແທ້

Published on

​ເກມແນວສະຢອງຂວັນຖືວ່າເປັນເກມປະເພດໜຶ່ງທີ່ຄົນນິຍົມຫຼິ້ນກັນຫຼາຍພໍສົມຄວນເປັນຕົ້ນແມ່ນ Resident Evil, Silent Hill ເຊິ່ງແນ່ນອນຢູ່ແລ້ວວ່າເປັນເລື່ອງທີ່ແຕ່ງຂຶ້ນມາ, ແຕ່ວ່າບາງເກມນັ້ນພັດມີການອ້າງອີງມາຈາກເລື່ອງທີ່ເກີດຂຶ້ນແທ້ມາດັດແປງເປັນເກມທີ່ຊ່ອຍເພີ່ມຄວາມສົມຈິງໄປອີກ ມາເບິ່ງພ້ອມກັນເລີຍວ່າມີເກມໃດແດ່. 

Kholat

Platform: Steam 

ເກມສະຢອງຂວັນສັນຊາດ Poland ທີ່ເປັນແນວຍ່າງສຳຫຼວດສາກທີ່ເຮົາຈະຕ້ອງຊອກຫານັກສຶກສາ 9 ຄົນທີ່ຫາຍໄປໃນພູເຂົາ Kholat Syakhi ໃນແຖບ Ural ປະເທດ Russia ອີກທັງຍັງໃຫ້ສຽງບັນຍານໂດຍ Sean Bean ອີກນຳ. 

ໂດຍເກມນີ້ມີການອ້າງອີງມາຈາກເຫດການທີ່ຊື່ວ່າ The Dyatlov Pass Incident
ໃນປີ ຄ.ສ 1959 ມີນັກຮຽນສະກີຈາກສະຖາບັນ Ural Polytechnical ຫາຍໄປ 9 ຄົນ ໃນແຖບເທືອກເຂົາ Ural ເປັນເວລາ 4 ເດືອນ, ໂດຍມີການກວດສອບຫຼັງຈາກທີ່ບໍ່ມີການສົ່ງຂໍ້ຄວາມກັບມາ ແລະສອງອາທິດຫຼັງຈາກນັ້ນກໍໄດ້ພົບຮອຍຕີນເທິງຫິມະທີ່ພາໄປພົບກັບສົບຂອງ 9 ຄົນນັ້ນ, ເຊິ່ງເປັນເຫດການທີ່ມີຊື່ສຽງກໍເນື່ອງມາຈາກສາເຫດການຕາຍທີ່ໜ້າສົງໄສ ໂດຍສາເຫດຫຼັກໆມາຈາກສະພາວະທີ່ອຸນຫະພູມໃນຮ່າງກາຍຕ່ຳ ແຕ່ວ່າຜູ້ຊາຍຄົນໜຶ່ງພັດມີອາການບາດເຈັບຢູ່ສະໝອງນຳ ທັງໆທີ່ບໍ່ມີຄວາມເສຍຫາຍທີ່ກະໂຫຼກຫົວເລີຍ ແລະ ຜູ້ຍິງຄົນໜຶ່ງລີ້ນຫາຍໄປ. ນອກຈາກນີ້ແຖວໆສົບຍັງມີເສດເຫຼັກເຕັມໄປໝົດ ເວົ້າໄດ້ວ່າເປັນເລື່ອງເລິກລັບຢ່າງໜຶ່ງທີ່ຫາຄຳຕອບບໍ່ໄດ້ໃນທີ່ສຸດ.   

 

The Town of Light

 


Platform:
Steam

ເກມແນວຍ່າງສຳຫຼວດສາກຄືເກມດ້ານເທິງນີ້ ໂດຍຈະຍ້າຍຈາກພູເຂົາແຖບຫິມະມາເປັນໂຮງໝໍໂລກຈິດ ເຊິ່ງໂຕເອກຈະຕ້ອງຍ່າງຄົ້ນຫາອະດີດຂອງຕົນເອງຢູ່ນີ້. 

ສຳລັບສະຖານທີ່ໃນເກມນີ້ແມ່ນຈຳລອງມາຈາກສະຖານທີ່ແທ້ທີ່ມີຊື່ວ່າ: Volterra Psychiatric Asylum ເປັນໂຮງໝໍໂລກຈິດທີ່ຕັ້ງຢູ່ທີ່ Itary ເຊິ່ງຮອງຮັບຄົນເຈັບໄດ້ເຖິງ 6,000 ຄົນ, ໂດຍສະພາບຄວາມເປັນຢູ່ນັ້ນໂຫດຮ້າຍຫຼາຍມີທັງການທົດລອງຊ໋ອດໄຟຟ້າ, ເຮັດການທົດລອງໂຕຢາຕ່າງໆກັບຄົນເຈັບເປັນຕົ້ນ. ພາຍໃນຮົ້ວກຳແພງຂອງໂຮງໝໍນີ້ ມີອ່າງລ້າງໜ້າ 20 ອ່າງ ແລະມີຫ້ອງນ້ຳໃຫ້ 2 ຫ້ອງສຳລັບທຸກໆຄົນເຈັບ 200 ຄົນ. ເຊິ່ງສະຖານທີ່ແຫ່ງນີ້ແມ່ນໄດ້ຖືກປິດໄປໃນປີ 1978 ເນື່ອງຈາກຜິດກົດໝາຍຫຼັກມະນຸດສະທຳແຕ່ກໍບໍ່ໄດ້ມີການທຸບຖິ້ມ. 

 

Fatal Frame

Platform: PlayStation 2, Nintendo 3DS, Wii, Wii U, Xbox

ເກມຖ່າຍຕິດວິນຍານທີ່ຈະພາເຮົາໄປພົບວິນຍານສຸດຫຼອນຕ່າງໆຜ່ານເລນກ້ອງຖ່າຍຮູບທີ່ມັກຈະຖືກນຳໄປປຽບທຽບກັບເກມ RE, Silent Hill ໂດຍເກມນີ້ເປັນເກມສະຢອງຂວັນເກມທຳອິດກະເວົ້າໄດ້ທີ່ຖືກສ້າງຂຶ້ນໃນສະຖານທີ່ແທ້ທີ່ມີຊື່ວ່າ: Himuro Mansion 

ສຳລັບສະຖານທີ່ນີ້ ເປັນສະຖານທີ່ທີ່ຢູ່ດ້ານນອກເມືອງໂຕກຽວທີ່ຕະກຸນ Himuro ນັ້ນເຮັດພິທີກຳທຸກໆ 50 ປີ ເພື່ອທີ່ຈະຫ້າມບໍ່ໃຫ້ສິ່ງຊົ່ວຮ້າຍໃນປະຕູໃຕ້ດິນຂອງແມນຊັ່ນປະກົດອອກມາເຊິ່ງພິທີກຳນີ້ຕ້ອງໃຊ້ຜູ້ຍິງທີ່ຍັງບໍ່ໄດ້ແຕ່ງງານມາໄຫວ້ ເຊິ່ງການບັນທຶກເຖິງພິທີກຳຄັ້ງສຸດທ້າຍນັ້ນສາວທີ່ຈະຖືກໃຊ້ບູຊາພັດໄປຮັກກັບຜູ້ຊາຍທີ່ຕ້ອງການຊ່ອຍນາງໜີຈາກພິທີກຳນີ້ ເຊິ່ງພໍ່ຂອງນາງກໍໄດ້ຮູ້ ແລະເຮັດການຂ້າລ້າງໝົດຄອບຄົວດ້ວຍດາບກ່ອນທີ່ຈະຂ້າໂຕຕາຍ ເຊິ່ງວິນຍານນີ້ຈະເຮັດພິທີກຳນີ້ກັບທຸກໆຄົນທີ່ເຂົ້າໄປໃນເຮືອນຫຼັງນີ້.  

Sherlock Holmes Vs. Jack the Ripper

Platform: Windows,Xbox 360

ເກມນັກສືບຊື່ດັງຈາກນິຍາຍ Sir Arthur Conan Doyle ທີ່ເປັນຄະດີກ່ຽວກັບຄາດຕະກອນຕໍ່ເນື່ອງຊື່ດັງຂອງອັງກິດ Jack The Ripper ນັ້ນເອງ. 

ຄົນໆນີ້ແມ່ນຄາດຕະກອນຕໍ່ເນື່ອງທີ່ຂ້າຜູ້ຍິງໂສເພນີໃນກຸງລອນດອນ ເຊິ່ງສິ່ງທີ່ເຮັດໃຫ້ມີຊື່ສຽງນັ້ນມາຈາກການທີ່ບໍ່ເຄີຍຖືກຈັບໄດ້ເລີຍນັ້ນເອງ ທັງໆທີ່ລາວສັງຫານເຫຍື່ອໄດ້ໂຫດສຸດໆ (ບໍ່ຂໍອະທິບາຍເດີ້) ເຮັດໃຫ້ຄະດີນີ້ຖືກປິດລົງໄປໂດຍຍັງຈັບຄົນຮ້າຍບໍ່ໄດ້ ແລະເປັນປິດສະໜາ ແລະທິດສະດີຄົບຄິດມາຈົນຮອດທຸກມື້ນີ້. 

Lizzie Borden: The PC Game

Platform: PC ຕາມຊື່ເກມເລີຍ

ເກມປະຈົນໄພແນວຊີ້ແລ້ວຄລິກພ້ອມດ້ວຍບັນຍາກາດວັງເວງຊວນສະຢອງນີ້ດ້ວຍໂຕເອງທີ່ຊື່ວ່າ: Lizzie Borden ນາງແມ່ນໃຜໃນຊີວິດແທ້ນັ້ນມາຮູ້ຈັກພ້ອມກັນເລີຍ. 

ເກີດເຫດການຄາດຕະກຳຂຶ້ນທີ່ລັດແມສຊາຊູເສດ ປະເທດ America ເສດຖີເຖົ້າກັບເມຍຖືກຄາດຕຳກຳໃນເຮືອນຂອງຕົນເອງຕອນກາງເວັນ ແລະຜູ້ຕ້ອງສົງໄສກໍຄື: Lizzie ລູກສາວຂອງເສດຖີເຊິ່ງມີການກວດສອບ ແລະວິເຄາະຫຼັກຖານຕ່າງໆຫຼາກຫຼາຍ ລວມໄປເຖິງຂຶ້ນໄປໄຕ່ສວນໃນຊັ້ນສານນຳ ແຕ່ແລ້ວຕຳຫຼວດກໍຂາດຫຼັກຖານທີ່ຊັດເຈນໃນການເອົາຜິດ Lizzie ເຮັດໃຫ້ນາງຖືກປ່ອຍໂຕອອກມາໃນທີ່ສຸດ. ແຕ່ຄົນສ່ວນໃຫຍ່ກໍຄິດວ່ານາງແມ່ນຄົນຮ້າຍແນ່ນອນ ເຖິງວ່ານາງຈະບໍ່ຖືກຕັດສິນເອົາຜິດແຕ່ກໍຖືກສື່ສິ່ງພິມໃນສະໄໝກ່ອນນຳໄປໃຊ້ແຕ່ງລະຄອນ, ນິຍາຍຕ່າງໆ ເພື່ອສະແດງໃຫ້ເຫັນວ່ານາງແມ່ນຄົນຮ້າຍ ແຖມເຮືອນທີ່ເກີດເຫດນັ້ນໄດ້ກາຍເປັນ “ໂຮງແຮມທີ່ໄດ້ຮັບຄວາມນິຍົມທີ່ຄົນມັກຈະໄປຖ່າຍຮູບກັນທີ່ໂຊຟາທີ່ພໍ່ຂອງນາງຖືກຂ້າ”

 

Watch Dog 2

Platforms: PlayStation 4, Xbox One, Windows

ຫຼາຍໆຄົນເຫັນຊື່ເກມແລ້ວອາດຈະງົງວ່າມັນເປັນເກມສະຢອງຂວັນບ່ອນໃດ? ແນ່ນອນວ່າບໍ່ມີ ແຕ່ເຮົາຂໍປິດທ້າຍໄປດ້ວຍເກມນີ້ ທີ່ມີພາລະກິດພິເສດທີ່ຈະໃຫ້ເຮົາຊອກຫາຄາດຕະກອນນາມວ່າ: Zodiac Killer

Zodiac Killer ຫຼືຄາດຕະກອນໂຊດິແອກ ແມ່ນຄາດຕະກອນຕໍ່ເນື່ອງເຊິ່ງກໍ່ເຫດໃນຊ່ວງທ້າຍ ຄ.ສ 1960 ໃນແຖບພື້ນທີ່ທາງຕອນເໜືອຂອງລັດແຄລິຟໍຣ໌ເນຍ ເຊິ່ງທາງການບໍ່ສາມາດລະບຸໂຕຕົນທີ່ແທ້ຈິງ ແລະແຮງຈູງໃຈຂອງລາວໄດ້ມາຈົນເຖິງປັດຈຸບັນ. ສຳລັບ ນາມວ່າ: ໂຊດິແອກ ນັ້ນຖືກປະດິດຂຶ້ນໂດຍໂຕລາວເອງ ລາວແທນໂຕເອງດ້ວຍຊື່ນີ້ໃນທຸກໆຈົດໝາຍທີ່ລາວສົ່ງເຖິງກົມຕຳຫຼວດ ແລະຖືກນຳອອກຕີພິມໃນໜັງສືພິມ ເຊິ່ງໃນຈົດໝາຍປະກອບດ້ວຍລະຫັດລັບສີ່ຊຸດສາມໃນສີ່ຊຸດນີ້ຍັງບໍ່ມີບຸກຄົນໃດສາມາດຖອດໄດ້ຈົນຮອດທຸກມື້ນີ້. 
ຂໍ້ຄວາມສ່ວນໜຶ່ງໃນຈົດໝາຍທີ່ລາວຂຽນຂຶ້ນເພື່ອນັບຄະແນນ

“Me = 37 SFPD = 0” (SFPD ໝາຍເຖິງກົມຕຳຫຼວດຊານຟຣານຊິສໂກ)

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...