spot_img
Homeຂ່າວທ້ອງຖິ່ນປະຊາຊົນ ບ້ານຫິນສະໂງມ ສາມັກຄີກັນສ້າງຂະບວນການ

ປະຊາຊົນ ບ້ານຫິນສະໂງມ ສາມັກຄີກັນສ້າງຂະບວນການ

Published on


ຕາມແຫລ່ງຂ່າວຈາກທ້ອງຖິ່ນ: ໃນທ້າຍເດືອນ ກໍລະກົດທີ່ຜ່ານມານີ້ ທ່ານ ຄອນຄຳ ວົງກາຍສາ ຫົວໜ້າຫ້ອງການແຮງງານສະຫວັດດີການສັງຄົມເມືອງ ທັງເປນຜູ້ຊີ້ນຳກຸ່ມບ້ານທີ 4 ໄດ້ສົມທົບກັບຫ້ອງການ ທລຍ ເມືອງພີນ ແລະຜູ້ປະສານງານ ທລຍ ກຸ່ມບ້ານທີ 4 ໄດ້ນຳພາພໍແມ່ປະຊາຊົນ ບ້ານຫິນສະໂງມ ຈຳນວນເກືອບ 100 ຄົນ ທຳການພ້ອມກັນເຮັດອະນາໄມ ຕາມຂອບເສັ້ນທາງເລກ 9 ບໍລິເວນທ້ອງຖິ່ນຂອງຕົນ ນອກຈາກນີ້ກໍພ້ອມກັນເຮັດອະນາໄມສະຖານທີ່ສຳຄັນຂອງບ້ານ ເປັນຕົ້ນແມ່ນຫ້ອງ ການບ້ານ ແລະສະຖານທີ່ເດີ່ນບ້ານສາທາລະນະ ທັງນີ້ກໍ່ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະສະອາດງາມຕາ.

ທ່ານ ບຸນເກີດ ຜູ້ປະສານງານ ທລຍ ກຸ່ມບ້ານທີ 4 ໃຫ້ສຳພາດແກ່ນັກຂ່າວວ່າ: ການສ້າງຂະບວນການໃນຄັ້ງນີ້ກໍ່ເພື່ອເປັນຜົນງານໄວ້ຂ່ຳນັບຮັບຕ້ອນວັນສຳຄັນຂອງຊາດໃນນີ້ວັນຊາດທີ 2 ທັນວາແລະວັນສ້າງຕັ້ງພັກປະຊາຊົນປະຕິວັດລາວທີ່ ຈະໝູນວຽນມາບັນຈົບຄອບຮອບອີກວາລະໜຶ່ງ.

ຂ່າວແຈ້ງຕື່ມວ່າ: ໄປພ້ອມກັບການສ້າງຂະບວນການ ປະຊາຊົນຊາວບ້ານຫິນສະໂງມ ຍັງໄດ້ປຸກລະດົມກັນປະກອບສ່ວນທາງດ້ານ ແຮງງານເພື່ອທຳການກໍ່ສ້າງເຮືອນພັກໃຫ້ພະນັກງານແພດໝໍທີ່ປະຈຳຢູ່ສຸກສາລາ ໂດຍໄດ້ພ້ອມກັນຂົນວັດສະດຸກໍ່ສ້າງເຊັ່ນ: ຫິນ-ຊາຍ ແລະປະກອບໄມ້ຄ້ຳແບບ ອື່ນ ຊຶ່ງການກໍ່ສ້າງເຮືອນພັກພະນັກງານແພດແມ່ນໄດ້ດຳເນີນໄປໄດ້ສ່ວນໃດສ່ວນໜຶ່ງ ໂດຍແມ່ນ ກອງທຶນຫລຸດຜ່ອນຄວາມທຸກຍາກ ປະຈຳເມືອງພີນໃຫ້ການສະໜັບສະໜູນ ./

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...