Homeອຸບັດເຫດແລະປາກົດການຫຍໍ້ທໍ້ຊາຍຊາວຫວຽດນາມ 2 ຄົນ ເຫດງັດເຮືອນປະຊາຊົນບ້ານຮ່ອງຄ້າ ໜີບໍ່ລອດຖືກຈັບຕົວໄວ້ໄດ້

ຊາຍຊາວຫວຽດນາມ 2 ຄົນ ເຫດງັດເຮືອນປະຊາຊົນບ້ານຮ່ອງຄ້າ ໜີບໍ່ລອດຖືກຈັບຕົວໄວ້ໄດ້

Published on

ໃນຕອນເຊົ້າຂອງວັນທີ 12 ມັງກອນ 2017 ທີ່ຜ່ານມາ ໄດ້ມີໂຈນເຂົ້າມາງັດເຮືອນປະຊາຊົນຫຼັງໜຶ່ງທີ່ບ້ານຮ່ອງຄ້າ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ຜູ້ກໍ່ເຫດນັ້ນເປັນຊາຍຊາວຫວຽດນາມ 2 ຄົນ ຫຼັງຈາກກໍ່ເຫດງັດເຮືອນປະຊາຊົນເຂດບ້ານຮ່ອງຄ້າ ແລະ ໄດ້ຊັບສິນໄປ ແຕ່ທັງສອງກໍ່ຫຼົບໜີໄປບໍ່ລອດ ເພາະໃນຕອນແລງຂອງມື້ດຽວກັນນັ້ນເຈົ້າໜ້າທີ່ຕຳຫຼວດກໍ່ສາມາດຈັບກຸມຕົວຂອງທັງສອງໄດ້ແລ້ວ

vtn vtn1

ຜ່ານການສອບສວນຂອງເຈົ້າໜ້າທີ່ ໂຈນທັງສອງຄົນໄດ້ສາລະພາບວ່າເປັນຜູ້ລົງມືກໍ່ເຫດໃນຄັ້ງນີ້ ໂດຍພວກເຂົາໃຊ້ເວລາປະມານ 30 ນາທີ ໃນການງັດຕູ້ເຊັບ ແລ້ວເອົາເຄື່ອງມີຄ່າໜີໄປ ເຊິ່ງຊັບສິນທີ່ໄດ້ປະກອບມີ: ເງິນສົດ 15 ລ້ານກີບ, ເງິນສົດ 100 ໂດລາ, ຄຳ 2 ບາດ ແລະ ເງິນ 3 ບາດ ແລະ ແຫວນຄຳອີກ 1 ວົງ

ດັ່ງນັ້ນເຈົ້າໜ້າທີ່ຕຳຫຼວດຈິ່ງຈັບກຸມຕົວພວກເຂົາທັງສອງ ແລະ ດຳເນີນຄະດີຕາມກົດໝາຍ ສປປ ລາວ

vtn2

8221

 

ແຫລ່ງຂ່າວຈາກ: unader.com

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...