Homeຂ່າວການພັດທະນານະຄອນຫຼວງວຽງຈັນ ຈະສ້າງທາງດ່ວນຄູ່ຂະໜານ ເລີ່ມຈາກ ລາວໄອເຕັກ - ດົງໝາກຄາຍ

ນະຄອນຫຼວງວຽງຈັນ ຈະສ້າງທາງດ່ວນຄູ່ຂະໜານ ເລີ່ມຈາກ ລາວໄອເຕັກ – ດົງໝາກຄາຍ

Published on

ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຮັບຜິດຊອບວຽກງານຂົງເຂດເສດຖະກິດມະຫາພາກ ແລະ ພັດທະນາຕົວເມືອງໄດ້ລາຍງານໂຄງການທາງດ່ວນ ຄູ່ຂະໜານ ຖະໜົນໄກສອນ ພົມວິຫານ ຕິດກັບໂຄງການເມືອງດອກຈຳປາ (ອ່າງໂຕ່ງນ້ຳບຶງທາດຫຼວງ) ຕໍ່ກອງປະຊຸມສະໃມສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ I ໃນຕອນເຊົ້າຂອງວັນທີ 11 ມັງກອນ 2017ວ່າ ໂຄງການກໍ່ສ້າງທາງດ່ວນ ຄູ່ຂະໜານ ຖະໜົນໄກສອນ ພົມວິຫານ ໄດ້ຖືກລິເລີ່ມບົນພື້ນຖານການຜັນຂະຫຍາຍໂຄງການປ້ອງກັນ ແລະ ແກ້ໄຂລົດຕິດຕາມທ້ອງຖະໜົນ.

1233

ໂຄງການດັ່ງກ່າວຈະສ້າງເປັນຖະໜົນເບຕົງເສີມເຫຼັກ ຝາກລະ 3 ເລນ ລວມຄວາມກ້ວາງ 70 ແມັດ ບວກເຂດສະຫງວນແລວທາງຕື່ມອີກ 40 ແມັດ ລວມຄວາມກ້ວາງທັງໝົດ 110 ແມັດ.

ໂຄງການກໍ່ສ້າງທາງດ່ວນ ຄູ່ຂະໜານຖະໜົນໄກສອນ ພົມວິຫານ ໄລຍະທີ 1 ມີຄວາມຍາວ 14.08 ກິໂລແມັດ ເລີ່ມແຕ່ສູນການຄ້າລາວໄອເຕັກ-ຕະຫຼາດຫົວຂົວ-ເມືອງດອກຈຳປາ (ເຂດສະຫງວນອ່າງໂຕ່ງນ້ຳບຶງທາດຫຼວງ)-ໜອງໜ່ຽງ-ຖະໜົນ 450 ປີ- ສະຖານີລົດໄຟ- ຖະໜົນ 13 ໃຕ້-ດົງໝາກຄາຍ ກວມເອົາສອງເມືອງ (ເມືອງໄຊເສດຖາ ແລະ ເມືອງ ໄຊທານີ) ຄາດຄະເນງົບປະມານທີ່ໃຊ້ໃນການກໍ່ສ້າງ ປະມານ 150-200 ລ້ານໂດລາສະຫະລັດ.

ເນື້ອໃນຂ່າວຈາກ: ໜັງສືພຶມ ເສດຖະກິດ-ການຄ້າ

ພາບປະກອບຈາກ: ອິນເຕີເນັດ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...