Homeຂ່າວພາຍ​ໃນອາດຈະມີການປັບປຸງ ເພງຊາດລາວ

ອາດຈະມີການປັບປຸງ ເພງຊາດລາວ

Published on

 

ສຳນັກຂ່າວຊິນຫົວຂອງຈີນ ລາຍງານຂ່າວໂດຍອ້າງແຫຼ່ງຂ່າວຈາກ ວຽງຈັນໄທມສ໌ ວ່າ:  ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ກຳລັງພິຈາລະນາໃນການປັບປຸງເພງຊາດລາວໃໝ່ ເພື່ອເຮັດໃຫ້ຄົນລາວມີຄວາມຮັກຊາດຫລາຍຂຶ້ນ. ທຳນອງແລະເນື້ອໃນຂອງງເພງອາດຈະຮັກສາໄວ້ຄືເກົ່າ ແຕ່ຈະເພິ່ມ ACOUSTICS ຈາກສິບນັກຮ້ອງເປັນສີ່ສິບນັກຮ້ອງເພື່ອໃຫ້ສຽງມີພະລັງຫລາຍກວ່າເກົ່າ ໃຫ້ສາມາດເປັນແຮງບັນດານໃຈໃຫ້ປວງຊົນລາວ. ຖ້າໂຄງການນີ້ໄດ້ຮັບການອະນຸມັດ ເພງຊາດທີ່ປັບປຸງໃໝ່ຈະປະກາດນຳໃຊ້ເປັນທາງການໃນປີໜ້ານີ້.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...