spot_img
Homeຂ່າວເຫດການທໍາລາຍເຄື່ອງໃນສັດ ນໍາເຂົ້າບໍ່ຖືກຕ້ອງຈໍານວນຫລາຍ

ທໍາລາຍເຄື່ອງໃນສັດ ນໍາເຂົ້າບໍ່ຖືກຕ້ອງຈໍານວນຫລາຍ

Published on

ໃນວັນທີ 10 ມັງກອນ 2017 ຜ່ານມານີ້ ທີ່ພະແນກອຸດສະຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ເຈົ້າໜ້າທີ່ ໄດ້ນໍາເອົາສິນຄ້າປະເພດເຄື່ອງໃນສັດ ປະກອບມີ: ຕັບ, ປອດ ແລະ ໄສ້ງົວ, ຄວາຍ ແລະ ໝູ ລວມມີນໍ້າໜັກຫລາຍກວ່າ 1.230 ກິໂລ, ເປັນມູນຄ່າປະມານ 36 ລ້ານກີບ ທີ່ນຳເຂົ້າບໍ່ຖືກຕ້ອງຈາກປະເທດໃກ້ຄຽງ ໄປທໍາລາຍຖິ້ມຢູ່ສະໜາມຂີ້ເຫຍື້ອຫລັກ 32 ເມືອງໄຊທານີ, ນະຄອນຫລວງວຽງຈັນ, ເຊິ່ງເຄື່ອງໃນສັດດັ່ງກ່າວ ແມ່ນເຈົ້າໜ້າທີ່ພົບເຫັນ ໃນລະຫວ່າງການລົງຕິດຕາມກວດກາສິນຄ້າ ທີ່ມີການລັກລອບນໍ້າເຂົ້າບໍ່ຖືກຕ້ອງຕາມລະບຽບຫລັກການ ຢູ່ຕາມທ້ອງຕະຫລາດຫລາຍແຫ່ງ ໃນນະຄອນຫລວງວຽງຈັນ ເມື່ອຕົ້ນເດືອນມັງກອນມານີ້.

ສຳລັບຊາວຄ້າຂາຍຜູ້ກະທຳຜິດ ແມ່ນເຈົ້າໜ້າທີ່ໄດ້ທໍາການສຶກສາອົບຮົມ ກ່າວເຕືອນພ້ອມທັງເຮັດບົດບັນທຶກ ແລະ ປັບໄໝຕາມລະບຽບການ ເພື່ອບໍ່ໃຫ້ກະທຳຜິດອີກ, ພ້ອມຮຽກຮ້ອງມາຍັງຜູ້ເປັນເຈົ້າຂອງຕະຫຼາດ, ກໍຄືຄະນະຈັດສັນຕະຫຼາດ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຕິດຕາມກວດກາສິນຄ້າທຸກປະເພດທີ່ນຳເຂົ້າມາຈໍາໜ່າຍ ຢູ່ໃນຕະຫຼາດຂອງຕົນ ໃຫ້ຖືກຕ້ອງຕາມລະບຽບຫລັກການ ເພື່ອຮັບປະກັນຄວາມສະອາດ ແລະ ປອດໄພຂອງຜູ້ບໍລິໂພກ.

ຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...