spot_img
Homeຂ່າວ​ໄອ​ທີRetro-bit ເປີດໂຕເຄື່ອງເກມ Super Retro Boy ສາມາດຫຼິ້ນກະແຊັດ Game Boy ໄດ້ທຸກແບບ!!

Retro-bit ເປີດໂຕເຄື່ອງເກມ Super Retro Boy ສາມາດຫຼິ້ນກະແຊັດ Game Boy ໄດ້ທຸກແບບ!!

Published on

   ເວົ້າໄດ້ວ່າເລີ່ມຕົ້ນເຂົ້າສູ່ປີ 2017 ກໍເກັບຄະແນນເອົາໃຈແຟນໆຍຸກ 80s – 90s ກັນເລີຍ, ໂດຍສະເພາະວົງການເກມເກົ່າ Retro ໃນຊ່ວງຫຼັງເລີ່ມມານີ້ແມ່ນເນັ້ນກຸ່ມຕະຫຼາດກຸ່ມນີ້ເປັນພິເສດ, ຂະໜາດທີ່ວ່າ Nintendo ກໍຍັງເຫັນຈຸດນັ້ນຈຶ່ງໄດ້ປ່ອຍເຄື່ອງຫຼິ້ນເກມ Famicom Mini ແລະ NES classic edition ມາວາງຈຳໜ່າຍໃນເວີຊັ່ນ Mini ເຊິ່ງກໍໄດ້ຮັບສຽງຕອບຮັບຢ່າງດີຈົນເຖິງຂັ້ນໝົດສະຕ໋ອກກັນເລີຍ. 

    ໂດຍຫຼ້າສຸດນີ້ເອງ Retro-bit’s ກໍເກີດໄອເດຍຜະລິດເຄື່ອງເກມໃໝ່ເອົາໃຈໄວລຸ້ນຍຸກເກົ່າອອກມາສູ່ສາຍຕາຊາວໂລກນຳ ນັ້ນກໍຄືເຄື່ອງ Super Retro Boy ທີ່ມີຮູບຮ່າງພາຍນອກຄືກັບເຄື່ອງ Game Boy ຂອງ Nintendo ເກືອບຈະທຸກຢ່າງ.

    ຄວາມສາມາດພິເສດຂອງເຄື່ອງ Super Retro Boy ແມ່ນສາມາດຮອງຮັບກະແຊັດເກມຂອງ Game Boy ໄດ້ທຸກລຸ້ນຕັ້ງແຕ່ລຸ້ນດັ້ງເດີມ Game Boy , Game Boy Color ແລະ Game Boy Advance ເວົ້າໄດ້ວ່າມີເຄື່ອງດຽວຫຼິ້ນໄດ້ທຸກແບບເລີຍ. 

     ຜ່ານໜ້າຈໍ  TFT LCD screen ຮັບປະກັນພາບຄົມຊັດກວ່າເຄື່ອງຫຼິ້ນທຸກ Gen ພ້ອມກັບແບັດເຕີຣີຂະໜາດ 2,500mAh ສາມາດຫຼິ້ນຕິດຕໍ່ກັນໄດ້ດົນເຖິງ 10 ຊົ່ວໂມງ ແລະມີລາຄາເຄື່ອງຢູ່ທີ່ 79.99 ຫຼຽນ ຫຼືປະມານ 655.000 ກີບ ແລະກໍມີກຳນົດວາງຈຳໜ່າຍຢ່າງເປັນທາງການໃນຊ່ວງເດືອນສິງຫາ 2017.  

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...