Homeວິທະຍາສາດ-ວິທະຍາການພູມສັນຖານ 4 ປະເທດທີ່ເປັນທີ່ສຸດຂອງໂລກ ຖ້າເລືອກໄດ້ແມ່ນບໍ່ຢາກໄປຢູ່ແນ່ນອນ

ພູມສັນຖານ 4 ປະເທດທີ່ເປັນທີ່ສຸດຂອງໂລກ ຖ້າເລືອກໄດ້ແມ່ນບໍ່ຢາກໄປຢູ່ແນ່ນອນ

Published on

ຄວາມຮູ້ຮອບໂລກ ມື້ນີ້ແອັດມິນຈະມານຳສະເໜີ ພູມສັນຖານ 4 ປະເທດທີ່ເປັນທີ່ສຸດຂອງໂລກ ຖ້າເລືອກໄດ້ແມ່ນບໍ່ຢາກໄປຢູ່ແນ່ນອນ ເປັນຫຍັງຈິ່ງຕ້ອງເວົ້າເຖິງພຽງນັ້ນ ເຮົາລອງມາອ່ານເຫດຜົນຂອງມັນເລີນດີກວ່າ

1. ໝູ່ບ້ານ Oymyakon ໃນເມືອງ Yakutia ປະເທດຣັດເຊຍ ມີປະຊາກອນອາໃສຢູ່ນັ້ນປະມານ 500 ຄົນ ເພາະໝູ່ບ້ານແຫ່ງນີ້ມີອາກາດໜາວເຢັນຕະຫຼອດປີ ແລະ ແຕ່ລະມື້ໃນເຂດນັ້ນມີອຸນຫະພູມສະເລ່ຍຢູ່ທີ່ -34 °C  ຈົນເຖິງຕ່ຳສຸດທີ່ -67.7 °C

2. ທະເລຊາຍ Dasht-e Loot ໃນປະເທດ ອິຫລ່ານ ເຊິ່ງຖືວ່າເປັນພື່ນທີ່ທີ່ຮ້ອນທີ່ສຸດຂອງໂລກ (ບໍ່ນັບພູເຂົາໄຟ) ໂດຍກວດວັດອຸນຫະພູມໄດ້ຈາກເຄື່ອງວັດຈາກດາວທຽມຂອງນາຊ່າ ທີ່ມີຊື່ວ່າ Aqua ຕັ້ງແຕ່ປີ 2003 – ປີ 2010 ໂດຍວັດອຸນຫະພູມໄດ້ທີ່ 70.7 °C ໃນປີ 2004 ໂດຍອຸນຫະພູມສະເລ່ຍໃນເຂດນີ້ໝົດປີຢູ່ທີ່ 70.2 °C

3. ທີ່ເມືອງ Mawsynram ລັດ Meghalaya ໃນປະເທດອິນເດຍເປັນພື້ນທີ່ທີ່ມີຝົນຕົກຫຼາຍທີ່ສຸດໃນໂລກ ຮຽກໄດ້ວ່າຕົກທຸກມື້ຕະຫຼອດທັງປີ ໂດຍວັດປະລິມານນ້ຳຝົນທີ່ຕົກລົງມາໄດ້  11,871 ແມັດກ້ອນ

4. McMurdo Dry Valleys ເປັນພື້ນທີ່ທີ່ຢູ່ໃນທະວີບແອນຕາກຕິກາ ໃນເຂດຂົ້ວໂລກໃຕ້ ເຖິງແມ່ນວ່າຈະມີອາ ກາດໜາວເຢັນໝົດປີ ແຕ່ບໍລິເວນພື້ນທີ່ນັ້ນເປັນບໍລິເວນທີ່ແຫ້ງແລ້ງ ບໍ່ມີຄວາມຊຸ່ມຊື່ນພຽງແຕ່ໜ້ອຍໜຶ່ງກໍ່ບໍ່ມີ ຖືວ່າແຫ້ງແລ້ງແບບສຸດໆ ແລະ ສິ່ງທີ່ມີຊີວິດທີ່ອາໃສຢູ່ບໍລິເວນນັ້ນໄດ້ມີພຽງເຊື້ອແບດທີເຣຍເທົ່ານັ້ນ ນອກຈາກຄວາມແຫ້ງແລ້ງທີ່ອັນຕະລາຍແລ້ວ ຍັງມີກະແສລົມແຮງພັດຂະໜາດ 320 ກມ/ຊົ່ວໂມງ ຮຽກໄດ້ວ່າລົມພັດແຮງເທົ່າກັບລົມທໍນາໂດເລີຍກໍ່ວ່າໄດ້ ແຕ່ລົມຢູ່ບ່ອນນີ້ແມ່ນພັດແຮງໝົດມື້ເລີຍ ແລະ ພັດທຸກໆມື້

 

ຂໍ້ມູນຈາກ: http://board.postjung.com/1008821.html
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...