spot_img
Homeຂ່າວຕ່າງປະເທດສະຫະລັດ ທົດສອບສຳເລັດ ຝູງບິນຮົບ "ຕັກກະແຕນຫຸ່ນຍົນ"

ສະຫະລັດ ທົດສອບສຳເລັດ ຝູງບິນຮົບ “ຕັກກະແຕນຫຸ່ນຍົນ”

Published on

ອີກບໍ່ດົນກອງທັບສະຫະລັດຈະປ່ອຍຝູງຕັກກະແຕນແຫ່ງສັດຕະວັດທີ 21 ເຂົ້າຕໍ່ສູ້ກັບສັດຕູ ຫຼັງຈາກເຈົ້າໜ້າທີ່ເພນດາກອນເຜີຍເມື່ອວັນຈັນ (9 ມັງກອນ 2017) ທີ່ຜ່ານມາ ວ່າ ປະສົບຄວາມສຳເລັດໃນການທົດສອບຝູງອາກາດບໍ່ມີຄົນຂັບ ຫຼື ໂດຣນ ຂະໜາດນ້ອຍກວ່າ 103 ຕົວ

ສຳນັກຂ່າວເອເອຟພີລາຍງານຈາກນະຄອນຫຼວງ ວໍຊິງຕັນ ດີຊີ ປະເທດສະຫະລັດອາເມລິກາ ເມື່ອວັນທີ 10 ມັງ ກອນ 2017 ວ່າ ສະຫະລັດສຳເລັດໃນການພັດທະນາລະບົບອາວຸດອັດຕະໂນມັດແບບໃໝ່ ຈາກການປັບປຸງປັນຍາປະດິດ ເປີດໂອກາດຄວາມເປັນໄປໄດ້ ທີ່ກຸ່ມຫຸ່ນຍົນຂະໜາດນ້ອຍຈະທຳງານຮ່ວມພາຍໃຕ້ຄຳສັ່ງຂອງມະນຸດ ເຊິ່ງກຸ່ມຜູ້ຊ່ຽວຊານດ້ານຍຸດທະສາດຂອງກອງທັບ ມີຄວາມຫວັງສູງວ່າຝູງໂດຣນຂະໜາດນ້ອຍຈະມີລາຄາບໍ່ແພງໃນການຜະລິດ ແລະ ສາມາດເອົາຊະນະການຕໍ່ສູ້ກັບສັດຕູໄດ້

9-3

ຈາກການຖະແຫຼງການຂອງກະຊວງປ້ອງກັນປະເທດຂອງສະຫະລັດ ເມື່ອວັນຈັນທີ່ຜ່ານມາວ່າ ການທົດສອບໂດຣນຂະໜາດນ້ອຍຝູງໃຫຍ່ທີ່ສຸດໃນໂລກ ທີ່ລັດແຄລິຟໍເນຍ ໃນເດືອນ ຕຸລາ 2016 ເປັນໂດຣນຂະໜາດນ້ອຍແບບ ເພີດິກຊ໌ (Perdix) ຂະໜາດຄວາມກ້ວາງລຳຕົວປະມານ 6 ນິ້ວ (16 ຊມ) ທີ່ປ່ອຍອອກມາຈາກເຮືອບິນຮົບ ເອຟເອ-18 ຮໍເນັດ 3 ລຳ “ຝູງໂດຣນຂະໜາດນ້ອຍຈະສະແດງໃຫ້ເຫັນເຖິງພຶດຕິກຳຝູງແບບກ້າວໜ້າ ເຊັ່ນ: ການຕັດສິນໃຈເປັນໝູ່ຄະນະ, ການປິນຮຽງແຖວແບບປັບໄດ້ ແລະ ການຟື້ນຟູຕົວເອງ”

ໂດຣນຂະນາດນ້ອຍນີ້ “ເພີດິກຊ໌” ເມື່ອກ່ອນຖືກປະດິດສ້າງໂດຍກຸ່ມນັກສຶກສາວິສະວະກຳສາດ ສາຖາບັນເທັກໂນໂລຢີ ແມສຊາຊູເຊດສ໌ (ເອັມໄອທີ) ເມື່ອປີ 2013 ແລະ ໄດ້ຮັບການປັບປຸງແກ້ໄຂຢ່າງຕໍ່ເນື່ອງນັບຕັ້ງແຕ່ນັ້ນມາ

 

ແຫລ່ງຂ່າວຈາກ: http://www.dailynews.co.th/foreign/548105
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...