spot_img
Homeອະນິເມະເປັນຊັ້ນໄປ...Mario ແລະ Pikachu ຖືກຕັດອອກຈາກການເປັນມາສຄອດຂອງ Tokyo 2020 Olympics!!

ເປັນຊັ້ນໄປ…Mario ແລະ Pikachu ຖືກຕັດອອກຈາກການເປັນມາສຄອດຂອງ Tokyo 2020 Olympics!!

Published on

     ຫຼັງຈາກທີ່ກ່ອນໜ້ານີ້ເຮົາໄດ້ສະເໜີຂ່າວກ່ຽວກັບການໂປຣໂໝດຂອງເຈົ້າພາບໂອລິມປິກຄັ້ງຕໍ່ໄປໃນພິທີປິດທີ່ “ຣິໂອ ເດີ ຈາເນໂຣ ປະເທດບຣາຊິວ” ກໍໄດ້ຮັບສຽງຕອບຮັບດີເກີນຄາດຈາກທົ່ວໂລກ ເພາະໄດ້ນຳເອົາໂຕກາຕູນທີ່ມີຊື່ສຽງຂອງປະເທດຍີ່ປຸ່ນຫຼາຍໂຕມາໃຊ້. ແຕ່ວ່າຫຼ້າສຸດນີ້ທາງເວັບໄຊຂາຍສິນຄ້າທີ່ລະນຶກຂອງໂອລິມປິກ Tokyo 2020 Official Online Shop ໄດ້ມີການອອກມາປະກາດວ່າໄດ້ເຮັດການຕັດ Mario ແລະ Pikachu ສອງໂຕລະຄອນຊື່ດັງຈາກຄ່າຍເກມ Nintendo ອອກໄປຈາກມາສຄອດໂອລິມປິກໃນຄັ້ງນີ້, ໂດຍສາເຫດທີ່ທັງສອງໂຕລະຄອນຖືກຕັດອອກໄປຄື: “ທັງສອງໂຕລະຄອນນັ້ນເປັນທີ່ຮູ້ຈັກກັນທົ່ວໂລກຢູ່ແລ້ວ” ເລີີຍຕ້ອງການໂປຣໂໝດໂຕລະຄອນຈາກເລື່ອງອື່ນໆ ໃຫ້ເປັນທີ່ຮູ້ຈັກກັນຫຼາຍຂຶ້ນ.

  ແຕ່ເຖິງຢ່າງໃດກໍຕາມເຮົາກໍຄົງຕ້ອງຕັ້ງຄວາມຫວັງໄວ້ວ່າໃນພິທີເປີດຂອງ Tokyo 2020 Olympics ຈະໄດ້ເຫັນ Mario ແລະ Pikachu ກັບມາມີບົດບາດໃນງານອີກຄັ້ງ. 

ຄລິບພິທີປິດ Rio 2016 Olympics

https://youtu.be/1eJkL1Jssto

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...