HomeBaby-ແມ່ແລະເດັກຄວາມຜິດພາດ 5 ຢ່າງທີ່ເຮັດໃຫ້ທ່ານມີລູກຍາກ

ຄວາມຜິດພາດ 5 ຢ່າງທີ່ເຮັດໃຫ້ທ່ານມີລູກຍາກ

Published on

ຄູ່ຮັກຫຼາຍຄູ່ຈະມີບັນຫາເລື່ອງການມີລູກຍາກ ເຖິງແມ່ນວ່າຈະພະຍາຍາມກັນສຸດໆກໍ່ຕາມ ໃນຄໍລຳ ແມ່ ແລະ ລູກ ມື້ນີ້ແອັດມິນມີເລື່ອງໜຶ່ງທີ່ກ່ຽວກັບຄວາມຜິດພາດບາງຢ່າງທີ່ສົ່ງຜົນເຮັດໃຫ້ທ່ານມີລູກຍາກ ມາບອກໃຫ້ຮູ້ ເຊິ່ງເຊື່ອວ່າເລື່ອງແບບນີ້ຫຼາຍຄົນອາດຈະບໍ່ເຄີຍຮູ້ມາກ່ອນ ເອົາເປັນວ່າຕອນນີ້ ເຮົາມາອ່ານກັນກ່ອນວ່າ ມັນມີຄວາມຜິດພາດຫຍັງແນ່?

  1. ພະຍາຍາມມີເຊັກສ໌ຫຼາຍຄັ້ງພາຍໃນມື້ດຽວ ຫຼາຍຄົນອາດຈະບໍ່ຮູ້ວ່າການພະຍາຍາມມີເຊັກສ໌ຫຼາຍຄັ້ງໃນມື້ດຽວນັ້ນ ມັນຈະເຮັດໃຫ້ໂອກາດທີ່ແມ່ຍິງຈະຖືພານັ້ນໜ້ອຍລົງ ເພາະການມີເຊັກຕິດຕໍ່ກັນສ໌ຫຼາຍຄັ້ງຈະເຮັດໃຫ້ຈຳນວນຕົວອະສຸຈິທີ່ຫຼັ່ງອອກມາມີຈຳນວນໜ້ອຍລົງ
  2. ການເໜັ້ນເຮັດບາງທ່າ ບາງຄູ່ມີຄວາມເຊື່ອວ່າ ທ່າບາງທ່າຈະຊ່ວຍເຮັດໃຫ້ມີລູກໄດ້ງ່າຍຂຶ້ນ ເຊິ່ງມັນບໍ່ແມ່ນຄວາມຈິງ ເພາະການທີ່ແມ່ຍິງຈະຖືພາໄດ້ນັ້ນ ຕ້ອງເກີດມາຈາກໃນເວລາທີ່ທ່ານກັບຄົນຮັກກຳລັງເຮັດກິດຈະກຳເທິງຕຽງນຳກັນຢູ່ ຝ່າຍຍິງກຳລັງຜະລິດໄຂ່ ທີ່ຖືກປະສົມນ້ຳອະສຸຈິທີ່ສົມບູນແຂງແຮງຂອງຝ່າຍຊາຍເທົ່ານັ້ນຈິ່ງຈະຖືພາໄດ້ ເຊິ່ງບໍ່ກ່ຽວວ່າທ່າຈະໃຊ້ທ່າໃດໃນການຮ່ວມເພດ
  3. ຝ່າຍຊາຍບໍ່ດູແລສຸຂະພາບ ເພາະການມີລູກຍາກ ບໍ່ແມ່ນເປັນຍ້ອນສຸຂະພາບຂອງຝ່າຍຍິງພຍງຢ່າງດຽວ ຝ່າຍຊາຍເອງກໍ່ຕ້ອງດູແລສຸຂະພາບຮ່າງກາຍ, ນ້ຳອະສຸຈິຂອງຕົວເອງໃຫ້ແຂງເຮງ ເພື່ອກຽມພ້ອມກັບການເອົາລູກ
  4. ບັນຫາເລື່ອງຄວາມກັງວົນ ຄິດຫຼາຍ ເພາະຢາກມີລູກແຮງ ສິ່ງເຫຼົານີ້ຈະເຮັດໃຫ້ທ່ານນອນບໍ່ຫຼັບ ຈົນກາຍເປັນພັກຜ່ອນບໍ່ພຽງພໍ ແລະ ໃນທີ່ສຸດກໍ່ສົ່ງຜົນຕໍ່ສຸຂະພາບຂອງຕົວທ່ານ ແລະ ເຮັດໃຫ້ການມີລູກຍາກຂຶ້ນກວ່າເກົ່າ
  5. ການສວນລ້າງຊ່ອງຄອດຂອງແມ່ຍິງ ເພາະມັນແມ່ນການປ່ຽນແປງຄ່າກຣົດດ່າງຂອງຊ່ອງຄອດ ອາດຈະເຮັດໃຫ້ຊ່ອງຄອດເກີດໂອກາດຕິດເຊື້ອໄດ້ງ່າຍ ນັ້ນຖືວ່າເປັນເລື່ອງສຳຄັນທີ່ຄວນຮັກສາຄວາມເປັນກຣົດດ່າງໃຫ້ປົກກະຕິເພື່ອກຽມພ້ອມສຳລັບຈັບຕົວອະສຸຈິທີ່ເຂົ້າມາ

 

ຂໍ້ມູນຈາກ: /th.theasianparent.com
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...