spot_img
Homeຂ່າວເຫດການລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໃຫ້ 6 ແຂວງພາກເໜືອ ເພີ່ມທະວີຮັກສາຄວາມສະຫງົບ

ລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໃຫ້ 6 ແຂວງພາກເໜືອ ເພີ່ມທະວີຮັກສາຄວາມສະຫງົບ

Published on

ກອງປະຊຸມສະຫລຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) 6 ແຂວງພາກເໜືອປະຈຳປີ 2016 ທີ່ຈັດຂຶ້ນຢູ່ແຂວງໄຊຍະບູລີ ເມື່ອວັນທີ 5 ມັງກອນ 2017 ຜ່ານມານີ້ ໂດຍການເປັນປະທານຂອງທ່ານພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ຕີລາຄາວ່າ: ໃນໄລຍະໜຶ່ງປີຜ່ານມາຄະນະກຳມະການ ປກຊ-ປກສ ຂອງ 6 ແຂວງພາກເໜືອ, ໄດ້ຕັ້ງໜ້າສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດ ຄືປົກປັກຮັກສາ ແລະ ສ້າງສາປະເທດ ແລະ ການປະຕິບັດ, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດຢູ່ແຕ່ລະທ້ອງຖິ່ນ ແລະເອົາໃຈໃສ່ເຮັດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ ເຮັດໃຫ້ປະເທດຊາດກໍຄື 6 ແຂວງພາກເໜືອ ສາມາດຮັກສາໄດ້ສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ, ລະບົບການເມືອງຢູ່ຮາກຖານໄດ້ຮັບການປັບປຸງ, ເສດຖະກິດໄດ້ຮັບການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກລະດັບດີຂຶ້ນ, ກຳລັງ ປກຊ-ປກສ ແຕ່ລະຂັ້ນໄດ້ຮັບການປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຊີ້ນຳຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງຈົ່ງສືບຕໍ່ນຳພາຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໃຫ້ເປັນຂະບວນກວ້າງຂວາງ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ, ປະຊາຊົນບັນດາເຜົ່າໃຫ້ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍທຳລາຍມ້າງເພຂອງສັດຕູ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ ພາຍໃນໃຫ້ເປັນປຶກແຜ່ນ ແລະ ສຸມທຸກກຳລັງຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງບ້ານ-ກຸ່ມບ້ານພັດທະນາຕິດແໜ້ນກັບການກໍ່ສ້າງກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໃຫ້ນັບມື້ກວ້າງ ຂວາງເລິກເຊິ່ງ, ຮັບປະກັນໃຫ້ 6 ແຂວງພາກເໜືອ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ເພື່ອຮັບປະກັນໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫລຸດລົງເທື່ອລະກ້າວ.

ຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...