Homeຂ່າວຕ່າງປະເທດເຜີຍແຜນ ບາຣັກ ໂອບາມາ ຫຼັງໝົດວາລະການເປັນຜູ້ນຳສະຫະລັດ

ເຜີຍແຜນ ບາຣັກ ໂອບາມາ ຫຼັງໝົດວາລະການເປັນຜູ້ນຳສະຫະລັດ

Published on

ເມື່ອວັນທີ 7 ມັງກອນ 2017 ເວັບໄຊ ຍາຮູ ລາຍງານຂ່າວກ່ຽວກັບແຜນການຂອງປະທານາທິບໍດີ ບາຣັກ ໂອບາມາ ຫຼັງໝົດວາລະການເປັນຜູ້ນຳຂອງສະຫະລັດທີ່ຈະມາຮອດໃນມໍ່ໆນີ້ (ວັນທີ 20 ມັງກອນ 2017)

ມີລາຍງານລະບຸວາ ເບື້ອງຕົ້ນ ບາຣັກ ໂອບາມາ ໄດ້ວາງແຜນຊີວິດຂອງຕົວເອງຫຼັງຈາກບໍ່ໄດ້ເປັນປະທານາທິບໍດີ ຂອງ ສະຫະລັດແລ້ວ ໂດຍແຜນໃນໄລຍະຍາວເຂົາຍັງຈະສືບຕໍ່ກ່ຽວກັບວຽກງານການປະຕິຮູບຂະບວນການຍຸດຕິທຳ, ເຮັດວຽກຊ່ວຍເຫຼືອມູນນິທິກ່ຽວກັບເດັກຊາຍ ແລະ ຜູ້ໃຫຍ່ຜິວສີ ຮວມເຖິງການສ້າງຫ້ອງສະໝຸດ ໂດຍລາວຍັງຈະສືບຕໍ່ອາໃສຢູ່ໃນນະຄອງຫຼວງ ວໍຊິງຕັນ ດີຊີ ໄປຈົນກວ່າລູກສາວຫຼ້າຂອງລາວຢ່າງ ຊາຊາ ຮຽນຈົບຊັ້ນມັດທະຍົມໃນປີ 2019

ສ່ວນແຜນໄລຍະກາງ ໂອບາມາ ເຜີຍວ່າເຂົາຕ້ອງການຜັກຜ່ອນໃຫ້ຫາຍເມື່ອຍຫຼັງຈາກແບກຮັບຄວາມກົດດັນໃນການເປັນປະທານາທິບໍດີ ເປັນເວລາຍາວນານເຖິງ 8 ປີ ໂດຍມີແຜນຈະນອນພັກຜ່ອນຍາວໆ ປະມານ 2 ອາທິດ ຮວມເຖິງການພາ ມິເຊລ ພັນລະຍາຄູ່ຊີວິດໄປທ່ຽວພັກຜ່ອນໃຫ້ສະບາຍໃຈ

 

ຂ່າວຈາກ: http://hilight.kapook.com/view/147587
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...