Homeຂ່າວພາຍ​ໃນນາຍົກລັດຖະມົນຕີຢ້ຽມຢາມພື້ນຖານເສດຖະກິດຢູ່ເມືອງໂຂງ

ນາຍົກລັດຖະມົນຕີຢ້ຽມຢາມພື້ນຖານເສດຖະກິດຢູ່ເມືອງໂຂງ

Published on

ໃນວັນທີ 9 ມັງກອນ 2017 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະໄດ້ລົງຢ້ຽມຢາມພື້ນຖານການຜະລິດ ແລະ ແຫລ່ງທ່ອງທ່ຽວຢູ່ເມືອງໂຂງ ແຂວງຈໍາປາສັກໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຈາກບັນດາການນໍາແຂວງ ແລະ ເມືອງທີ່ກ່ຽວຂ້ອງ.

ການເຄື່ອນໄຫວຢ້ຽມເມືອງດັ່ງກ່າວໃນໂອກາດເຂົ້າຮ່ວມພິທີເປີດດ່ານສາກົນ ໜອງນົກຂຽນ-ຕຣາປຽງ ກຣຽນ ລະຫວ່າງ ສອງປະເທດ ຄື: ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະ ຣາຊະອານາຈັກ ກຳປູເຈຍທີ່ຈະມີຂຶ້ນໃນວັນທີ 10 ມັງກອນ 2017 ນີ້ ທີ່ແຂວງຈໍາປາສັກ.

ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ຈະເປັນດ່ານສາກົນ ແຫ່ງ ທໍາອິດ ລະຫວ່າງ ສປປ ລາວ ແລະ ຣາຊະ ອານາຈັກ ກໍາປູເຈຍ, ເຊິ່ງຜ່ານມາ ເຄີຍເປັນດ່ານທ້ອງຖິ່ນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນແຂວງ ຈຳປາສັກ ແຫ່ງ ສປປ ລາວ ແລະ ແຂວງ ຊຽງແຕງ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ໃນວັນທີ 9 ເມສາ 2009, ລັດຖະບານສອງປະເທດ ໄດ້ຕົກລົງເຫັນດີຍົກລະດັບໃຫ້ເປັນດ່ານສາກົນ, ໂດຍຄວາມພະຍາ ຍາມ ຂອງສອງຝ່າຍ ໃນການກະກຽມດ້ານຕ່າງໆ ທັງເປັນການກໍ່ສ້າງພື້ນຖານໂຄງລ່າງ ແລະ ຂັ້ນຕອນເອກະສານລະບຽບການກ່ຽວຂ້ອງ ເພື່ອສ້າງດ່ານແຫ່ງນີ້ ໃຫ້ກາຍເປັນດ່ານສາກົນ ຈົນສຳເລັດ.

ການເປີດດ່ານສາກົນດັ່ງກ່າວ, ແມ່ນມີຄວາມໝາຍຄວາມສໍາຄັນປະຫວັດສາດ ສຳລັບສອງປະເທດທີ່ເກີດຂຶ້ນ ໃນທ່າມກາງບັນຍາກາດທີ່ສອງປະເທດ ໄດ້ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດສອງປະເທດ ລາວ-ກໍາປູເຈຍ-ກໍາປູເຈຍ-ລາວ ຄົບຮອບ 60 ປີ ແລະ ທັງຈະເປັນການຕອບສະໜອງຄວາມມຸ້ງມາດປາດຖະໜາ ຂອງປະຊາ ຊົນສອງປະເທດ ທີ່ຢາກຮັດແໜ້ນສາຍພົວພັນມິດຕະ ພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືອັນດີ ລະຫວ່າງ ປະຊາຊົນສອງປະເທດ ໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍຜ່ານການໄປມາຫາສູ່ກັນໃຫ້ຫລາຍຂຶ້ນ ແລະ ສະ ດວກສະບາຍຕາມບໍລິເວນຊາຍແດນ ແລະ ຈະເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ລະຫວ່າງ ປະຊາຊົນສອງຊາດ ກໍຄືຕໍ່ຕ່າງ ປະເທດ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...