spot_img
Homeນານາສາລະວິທີການເລືອກແມ່ຍິງແບບໃດມາເປັນເຍື່ອໃນການຂົ່ມຂືນ ຂອງ "ນັກໂທດຄະດີຂົ່ມຂືນ"

ວິທີການເລືອກແມ່ຍິງແບບໃດມາເປັນເຍື່ອໃນການຂົ່ມຂືນ ຂອງ “ນັກໂທດຄະດີຂົ່ມຂືນ”

Published on

ຈາກການເກັບກຳຂໍ້ມູນຂອງນາງ ອາລິສາ ແສງຂຳ ນັກສຶກສາປະລິນຍາໂທ ຄະນະນິຕິສາດ ມະຫາບັນດິດ ໄດ້ເຮັດການເກັບກຳຂໍ້ມູນຈາກ ນັກໂທດຄະດີຂົ່ມຂືນ ຈຳນວນ 100 ຄົນ ກໍ່ເຮັດໃຫ້ຮູ້ວ່າ ພວກເຂົາວິທີການເລືອກແມ່ຍິງແບບໃດມາເປັນເຍື່ອໃນການຂົ່ມຂືນ ເຊິ່ງຜົນການເກັບກຳຂໍ້ມູນມີດັ່ງນີ້

84% ເລືອກແມ່ຍິງທີ່ມັກຍ່າງ ແລະ ລົມໂທລະສັບ ຫຼື ອ່ານໜັງສືໄປພ້ອມ

ເຫດຜົນຄື: ເພາະແມ່ຍິງພວກນີ້ບໍ່ມີການລະວັງຕົວເອງ ງ່າຍຕໍ່ການດຶງຕົວ ສ່ວນມືຖືກໍ່ເອົາໄປຂາຍໄດ້

87% ເລືອກແມ່ຍິງທີ່ນຸ່ງເສື້ອຜ້າແບບແກ້ອອກງ່າຍ (ພວກທີ່ມັກນຸ່ງເຄື່ອງໂຊ, ນຸ່ງເຄື່ອງສັ້ນ, ນຸ່ງເຄື່ອງຜ້າບາງ)

ເຫດຜົນ: ສາມາດແກ້ເສື້ອຜ້າ ແລະ ເຮັດການຂົ່ມຂືນໄດ້ງ່າຍ ບໍ່ເສຍເວລາໃນການແກ້ເຄື່ອງແມ່ຍິງ

90% ເລືອກແມ່ຍິງຜົມຍາວ

ເຫດຜົນ:​ ເພາະແມ່ຍິງສ່ວນຫຼາຍຫາກຖືກດຶງຜົມໄວ້ ແລ້ວເລື່ອງອື່ນໆກໍ່ງ່າຍຂຶ້ນ

96% ເລືອກແມ່ຍິງທີ່ມັກທ່ຽວກາງຄືນ 

ເຫດຜົນ:​ ເພາະເວລາຕອນກາງຄືນ ເປັນຊ່ວງເວລາທີ່ເໝາະສົມກັບການປົດປ່ອຍທາງເພດທີ່ດີທີ່ສຸດ, ເປັນເວລາທີ່ບໍ່ມີຄົນຫຼາຍເຊິ່ງກໍ່ງ່າຍໃນການຂົ່ມຂືນ ແລະ ມືດ ເຮັດໃຫ້ເຍື່ອຈຳໜ້າໄດ້ຍາກ ຖ້າລາກໄປຂົ່ມຂືນໃນສະຖານທີ່ມືດ

99% ເລືອກແມ່ຍິງທີ່ມັກເດີນທາງຄົນດຽວ

ເຫດຜົນ: ເພາະງ່າຍຕໍ່ການຈີ້ ຫຼື ຫຼອກລວງມາຂົ່ມຂືນ

ຂໍ້ມູນທີ່ກ່າວມາຂ້າງເທິງນັ້ນ ກໍ່ຖືວ່າເປັນຂໍ້ມູນທີ່ດີຫຼາຍ ແມ່ຍິງທຸກຄົນຄວນອ່ານ ແລະ ເກັບໄປຖອດຖອນບົດຮຽນ ແລະ ປັບໃຊ້ໃນການດຳລົງຊີວິດ ເຊັ່ນ: ການເດີນທາງ, ການແຕ່ງຕົວ ເຮັດແບບແນວໃດຕົນເອງຈິ່ງຈະບໍ່ກາຍເປັນເປົ້າສາຍຕາຂອງບັນດາຜູ້ຊາຍຫຼາຍເກີນໄປ ເພາະເຮົາຮູ້ແຕ່ໜ້າບໍ່ຮູ້ໃຈ ຜູ້ຊາຍແຕ່ລະຄົນຄວາມຄິດບໍ່ຄືກັນບາງຄົນກໍ່ຄິດດີກັບເຮົາ ບາງຄົນກໍ່ຄິດບໍ່ດີກັບເຮົາກໍ່ມີ ສະນັ້ນສິ່ງສຳຄັນຄື ດູແລຕົວເອງໃຫ້ດີທີ່ສຸດ ເພື່ອຈະບໍ່ໃຫ້ເກີດເຫດການຮ້າຍໆກັບເຮົາ

 

ແຫລ່ງຂໍ້ມູນຈາກ: http://oa.kapook.com/view111122.html
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...