spot_img
Homeຂ່າວຕ່າງປະເທດແມ່ຕູ້ຊາວຈີນ ຕິດຢູ່ໃນຊາກອາຄານ 3 ມື້ຫຼັງເຫດແຜ່ນດິນໄຫວຢູ່ຢູນນານ ລອດຊີວິດຢ່າງປາຕິຫານ!

ແມ່ຕູ້ຊາວຈີນ ຕິດຢູ່ໃນຊາກອາຄານ 3 ມື້ຫຼັງເຫດແຜ່ນດິນໄຫວຢູ່ຢູນນານ ລອດຊີວິດຢ່າງປາຕິຫານ!

Published on

news01-1

 

ເຈົ້າໜ້າທີ່ກູ້ໄພຈີນ ເລັ່ງຄົ້ນຫາຜູ້ສູນຫາຍຈາກເຫດແຜ່ນດິນໄຫວ ຫຼັງຜ່ານມາແລ້ວເຖິງສາມມື້ ໃນມື້ວານນີ້ເຈົ້າໜ້າທີ່

ໄດ້ໃຫ້ການຊ່ວຍເຫຼືອແມ່ຕູ້ ອາຍຸ 88 ປີ ອອກຈາກຊາກອາຄານ ເຊິ່ງໂຊກດີລອດຊີວິດຢ່າງປອດໄພ.

 

ແມ່ຕູ້ ສົງ ເຈີ້ງ ເຟິນ ອາຍຸ 88 ປີ ໄດ້ຮັບການຊ່ວຍເຫຼືອອອກມາຈາກກ້ອງຊາກຫັກພັງຂອງເຮືອນຕົນເອງ ເຊິ່ງຫຼັງຈາກ

ພັງຖະຫຼົ່ມລົງມາຍ້ອນເຫດແຜ່ນດິນໄຫວ ໂດຍກ່ອນໜ້ານີ້ບໍ່ມີໃຜຮູ້ວ່າ ແມ່ຕູ້ຍັງມີຊີວິດຢູ່ ຈົນເຖິງລູກຊາຍຂອງແມ່ຕູ້

ໄດ້ຍິນສຽງຮ້ອງຂໍຄວາມຊ່ວຍເຫຼືອມື້ວານນີ້, ຫຼັງຈາກນັ້ນ ລູກຊາຍຂອງແມ່ຕູ້ກໍໄດ້ໄປຂໍຄວາມຊ່ວຍເຫຼືອຈາກທະຫານ

ໃຫ້ເຂົ້າມາຊ່ວຍກອບກູ້ເອົາຊີວິດຂອງແມ່ຕົນເອງ.

 

ເມື່ອເຈົ້າໜ້າທີ່ເຂົ້າມາເຖິງຈຸດເຮືອນຂອງແມ່ຕູ້ແລ້ວ ກໍໄດ້ພະຍາຍາມຂຸດຫຼຸມລົງໄປ ກ່ອນທີ່ຈະພົບກັບຮູໂຖງຂະໜາດ

ໃຫຍ່ໃຕ້ດິນ ແລະ ພົບວ່າ ແມ່ຕູ້ ສົງ ເຈີ້ງ ເຟິນ ຢູ່ໃນນັ້ນ ໂດຍເມື່ອພົບເຫັນແມ່ຕູ້ແລ້ວ ເຈົ້າໜ້າທີ່ກໍໄດ້ຕໍ່ສາຍຢາງເອົາ

ນ້ຳກລຼໂຄສລົງໄປໃຫ້ແມ່ຕູ້ດື່ມ ກ່ອນຈະນຳໂຕແມ່ຕູ້ອອກມາ ໂດຍປະຕິບັດການດັ່ງກ່າວນີ້ ໃຊ້ເວລາທັງໝົດ 6 ຊົ່ວໂມງ.

 

ທັງນີ້ ເຮືອນຂອງແມ່ຕູ້ຢູ່ໃນເຂດບ້ານປາເປົາ ຫ່າງຈາກເມືອງຫຼົງ ໂຖວ ຊານ ຫ່າງສູນກາງການເກີດແຜ່ນດິນໄຫວໄປ

ປະມານ 5 ກິໂລແມັດ ເຊິ່ງເຫດແຜ່ນດິນໄຫວເມື່ອວັນອາທິດທີ່ຜ່ານມາ ໄດ້ກໍ່ໃຫ້ເກີດການສະເທືອນຊ້ຳ ຫຼື ອາບເຕີຊ໊ອກ

ຕາມາແລ້ວຫຼາຍກ່ວາ 400 ເທື່ອ ເຊິ່ງຍອດຜູ້ເສຍຊີວິດລ່າສຸດແມ່ນຢູ່ທີ່ 410 ຄົນ ແລະ ອີກກ່ວາ 2,300 ຄົນ ໄດ້ຮັບບາດ

ເຈັບ.

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...