spot_img
Homeຂ່າວທ້ອງຖິ່ນສົ່ງຊາວຕ່າງດ້າວປະກອບອາຊີບຜິດກົດໝາຍກັບຄືນປະເທດ

ສົ່ງຊາວຕ່າງດ້າວປະກອບອາຊີບຜິດກົດໝາຍກັບຄືນປະເທດ

Published on

ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ນະຄອນຫລວງວຽງຈັນ, ໄດ້ສົ່ງຍິງສາວຊາວຫວຽດນາມປະມານ20 ກວ່າຄົນກັບຄືນປະເທດ, ພາຍຫລັງພວກກ່ຽວໄດ້ເຄື່ອນໄຫວປະກອບອາຊີບທີ່ຜິດກົດໝາຍຂອງ ສປປ ລາວ.

ທ່ານຫົວໜ້າພະແນກຕຳຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດນະຄອນຫລວງວຽງຈັນ ພັນໂທ ແສງທອງ ເກື້ອບູນລໍ່າ ໃຫ້ຮູ້ວ່າ: ເມື່ອທ້າຍເດືອນ ທັນວາ 2016 ຜ່ານມາ, ໄດ້ຈັດກໍາລັງເຈົ້າໜ້າທີ່ລົງກວດກາບັນດາຮ້ານອາຫານ ແລະ ຮ້ານກິນດື່ມຂອງຄົນຕ່າງປະເທດໃນຕົວເມືອງ ແລະ ພົບວ່າມີຮ້ານຂອງຄົນຫວຽດນາມ 4 ຮ້ານຄື: ຮ້ານນາງ ຟານວັນກຸ່ຍ ອາຍຸ 43 ປີ, ຮ້ານນາງ ເລືອງທິວຽນ ອາຍຸ 29 ປີຢູ່ບ້ານໂຄກສີວິໄລ, ເມືອງໄຊທານີ, ຮ້ານນາງ ເລຕານບິນ ອາຍຸ 67 ປີຢູ່ບ້ານໂນນສະຫງ່າ ແລະ ຮ້ານນາງ ເຊືອງທີ້ຮຽນ ອາຍຸ 29 ປີຢູ່ບ້ານໜອງໜ່ຽງ, ເມືອງໄຊເສດຖາ ມີພືດຕິກໍາເຄື່ອນໄຫວຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ຄື: ໄດ້ເຂົ້າມາລາວໂດຍນຳໃຊ້ໜັງສືຜ່ານແດນໃນນາມນັກທ່ອງທ່ຽວແລ້ວມາເປີດຮ້ານກິນດື່ມ, ຮ້ານກາເຟເພື່ອບັງໜ້າແລ້ວມີການເຄື່ອນໄຫວລັກ ລອບຄ້າຂາຍໂສເພນີ, ໂດຍເອົາຍິງສາວທີ່ເປັນຄົນສັນຊາດດຽວກັນມາຂາຍບໍລິການທາງເພດ, ຊຶ່ງລວມມີຫລາຍກວ່າ 20 ຄົນ, ຈຶ່ງໄດ້ນຳຕົວເຈົ້າຂອງຮ້ານ ແລະ ຍິງສາວດັ່ງກ່າວມາສຶກສາອົບຮົມ, ໂດຍຊີ້ໃຫ້ເຫັນການກະທຳດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ, ພ້ອມທັງເປັນການລັກລອບປະກອບອາຊີບທີ່ບໍ່ຖືກຕ້ອງຕາມລະບຽບກົດ ໝາຍອີກດ້ວຍ, ຊຶ່ງພາຍຫລັງສຶກສາອົບຮົມແລ້ວກໍໄດ້ມີການປັບໄໝຕາມລະບຽບການ ແລະ ສົ່ງພວກກ່ຽວກັບຄືນປະເທດ.

 

ແຫລ່ງຂ່າວຈາກ:​ ໜັງສືພິມລາວພັດທະນາ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...