spot_img
Homeເກມລວມ 14 ໂຕລະຄອນສຸດເລິກລັບໃນເກມຕ່າງໆ

ລວມ 14 ໂຕລະຄອນສຸດເລິກລັບໃນເກມຕ່າງໆ

Published on

​ໃນເກມຕ່າງໆນັ້ນກໍມັກຈະມີໂຕລະຄອນຫຼາກຫຼາຍແບບແຕກຕ່າງກັນໄປ ເຊິ່ງໂຕລະຄອນບາງໂຕກໍເປັນໂຕລະຄອນທີ່ຖືກເອີ້ນວ່າ: “ເລິກລັບ” ດ້ວຍຄວາມທີ່ເປັນໂຕລະຄອນທີ່ບໍ່ມີຂໍ້ມູນຫຍັງຊີ້ບອກເລີຍວ່າແມ່ນໃຜ? ມາຈາກໃສ?  ແລະມື້ນີ້ເຮົາຈະມານຳສະເໜີໂຕລະຄອນເລິກລັບໃນເກມຕ່າງໆທີ່ຫຼາຍໆຄົນອາດຈະຄຸ້ນໜ້າຄຸ້ນຕາກັນມາແລ້ວ. 

 

Merchant – Resident Evil 4

ພໍ່ຄ້າຂາຍເຄື່ອງທີ່ປະກົດໂຕມາຂາຍເຄື່ອງໃນໝູ່ບ້ານທີ່ຕິດເຊື້ອຫ່າງໄກຄວາມຈະເລີນ ເຊິ່ງການປະກົດໂຕທັງໝົດນັ້ນແມ່ນມາເພື່ອຂາຍເຄື່ອງໂດຍສະເພາະ ເລິກລັບແທ້ໆ. 

 

The Stranger – The Walking Dead Season 1

ໂຕລະຄອນແປກໜ້າທີ່ເຮົາຮູ້ພຽງແຕ່ວ່າລາວຖືກລັກເຄື່ອງໄປ ແລະຕ້ອງການລັກພາໂຕ Clementine ໄປເປັນໂຕແທນຂອງລູກສາວຕົນເອງ ພຽງເທົ່ານີ້ກໍຖືວ່າເປັນເຫດຜົນພຽງພໍທີ່ຜູ້ຫຼິ້ນຈະຊັງລາວລະ.

 

The Illusive Man – Mass Effect

ຜູ້ນຳຂອງກຸ່ມ Cerberus ທີ່ປະກົດໂຕມາແບບເລິກລັບທີ່ປ່ອຍໃຫ້ຄົນຫຼິ້ນງົງກັນໄປຈົນມາເຜີຍໃນຕອນຫຼັງໆ ວ່າຖືກຄວບຄຸມໂດຍພວກ Reaper ນັ້ນເອງ.

 

Thomas Zane – Alan Wake

ອະດີດນັກຂຽນທີ່ປະກົດໂຕໃນຊຸດດຳນ້ຳສຸດເລິກລັບ ທີ່ຄອຍປະກົດໂຕມາຊ່ອຍພະເອກໃນບາງເທື່ອ. 

 

The G Man – Half Life

ຊາຍໃນຊຸດສູດສຸດເລິກລັບທີ່ທຸກຄົນທີ່ເຄີຍຫຼິ້ນ HL ແນ່ນອນວ່າໃຜກໍຢາກຮູ້ວ່າລາວຄົນນີ້ແມ່ນໃຜກັນແທ້ ເຊິ່ງຖ້າ Valve ເຮັດ Half-Life 3 ອອກມາເຮົາກໍຄົງອາດໄດ້ຮູ້ກັນ. 

 

Q – Street Fighter The Third Strike

ໂຕລະຄອນທີ່ໃສ່ໜ້າກາກ ແລະຊຸດຄຸມຍາວ ແລະບໍ່ເຄີຍເປີດເຜີຍໜ້າແທ້ອອກມາໃຫ້ເຫັນກັນ ຂໍ້ມູນຕ່າງໆກໍບໍ່ມີບອກວ່າແມ່ນໃຜມາຈາກໃສ ເວົ້າໄດ້ວ່າເລິກລັບສຸດໆ. 

 

The Phantom – Phoenix Wright Ace Attorney Dual Destinies

ສາຍລັບຈາກເກມທະນາຍທີ່ບໍ່ມີການບອກກ່າວຂໍ້ມູນຂອງເນື້ອຫາຂອງໂຕລະຄອນເລີຍ ເວົ້າໄດ້ວ່າພຽງເປັນສາຍລັບກໍເລິກລັບແລ້ວ. 

 

Mysterious Stranger – Fallout

ໂຕລະຄອນເລິກລັບຕາມຊື່ເກມ ເຊິ່ງຈະປະກົດໂຕອອກມາເມື່ອ Perk ໃນພາກ 3-4 , New Vegas ທີ່ປະກົດໂຕມາຊ່ອຍເຮົາຍິງສັດຕູໃນ V.A.T.S

 

Strange Man – Red Dead Redemption

ບຸລຸດເລິກລັບທີ່ຮູ້ທຸກຢ່າງກ່ຽວກັບເຮົາ ຫຼືແມ້ແຕ່ສິ່ງທີ່ເຮົາບໍ່ຮູ້ ເຊິ່ງປະກົດໂຕມາພຽງແປັບດຽວແລ້ວກໍຫາຍໄປ. 

 

Jack the Ripper – Assassin’s Creed Syndicate

ຂ້າຕະກອນຕໍ່ເນື່ອງໃນຊີວິດແທ້ທີ່ຂອງແທ້ນັ້ນເປັນຂ້າຕະກອນເລິກລັບທີ່ຈັບບໍ່ໄດ້ ເຊິ່ງໃນເກມກໍປະກົດໂຕມາແບບເລິກລັບໃສ່ໜ້າກາກປິດໜ້າໄວ້. 

 

Giygas – Earthbound

ບອສສຸດເລິກລັບທີ່ນອກຈາກເປັນຫົວໜ້າທີ່ສົ່ງສັດຕູມາໄລ່ຢຽບເຮົາແລ້ວ ກໍບໍ່ມີຂໍ້ມູນອື່ນອີກເລີຍ. 

 

Pyro – Team Fortress 2

ໂຕລະຄອນຈາກເກມອອນລາຍສຸດເລິກລັບທີ່ບໍ່ເຫັນໜ້າ ແລະເວົ້າແບບຟັງບໍ່ຮູ້ເລື່ອງ ແຕ່ສິ່ງທີ່ເຮົາຮູ້ກັນຄືໂຕລະຄອນນີ້ມັກຈູດແບບສຸດໆ. 

 

The Headless Horseman – Skyrim

ດວງວິນຍານທີ່ບໍ່ມີຫົວທີ່ຄວບມ້າແລ່ນຜ່ານທົ່ງໃນ Skyrim ທີ່ຫຼາຍຄົນທີ່ເຄີຍເບິ່ງ “Sleepy Hollow ຫຼື ຄົນຫົວຂາດລ່າຫົວຄົນ” ໜ້າຈະຮູ້ຈັກກັນແນ່ນອນ. 

 

The Nurse – The Evil Within

ນາງໝໍທີ່ຄອຍປະກົດໂຕມາຊ່ອຍເຮົາໃນໂຮງໝໍສຸດຫຼອນທີ່ບໍ່ມີການເປີດເຜີຍທີ່ມາທີ່ໄປຂອງນາງ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...