spot_img
Homeຂ່າວພາຍ​ໃນຜູ້ໃຊ້ລົດຖາມ ເປັນຫຍັງດ່ານບໍ່ເຕນຍັງສີດແລະເກັບຄ່າສີດຢາຂ້າເຊື້ອໃສ່ລົດຢູ່

ຜູ້ໃຊ້ລົດຖາມ ເປັນຫຍັງດ່ານບໍ່ເຕນຍັງສີດແລະເກັບຄ່າສີດຢາຂ້າເຊື້ອໃສ່ລົດຢູ່

Published on

ຫລັງຈາກມີຄຳສັ່ງຈາກກະຊວງກະສິກຳແລະປ່າໄມ້ກ່ຽວກັບ ການຢຸດຕິການສີດພົ່ນຢາຂ້າເຊື້ອພາຫະນະທົ່ວໄປທີ່ເຂົ້າມາໃນທົ່ວຂອບເຂດ ສ.ປ.ປ.ລາວ ເປັນທີຮຽບຮ້ອຍແລ້ວ ໃນວັນທີ 14 ທັນວາ 2016 ທີ່ຜ່ານມາ, ດ່ານຜ່ານແດນໃນຫລາຍໆແຫ່ງກໍ່ໄດ້ພ້ອມພຽງຮຽງຫນ້າປະຕິບັດຕາມຄຳສັ່ງ. ແຕ່ຍັງປາກົດວ່າຍັງເຫັນດ່ານຜ່ານແດນສາກົນທີ່ແຂວງຫຼວງນຳ້ທາ ຍັງຄົງເດີນຫນ້າເກັບຄ່າທຳນຽມ ຈາກລົດທຸກປະເພດທີ່ຜ່ານເຂົ້າດ່ານຜ່ານແດນສາກົນບໍ່ເຕນຈົນຮອດມື້ນີ້ (ຮູບຖ່າຍວັນທີ 4 ມັງກອນ 2017) ແລະ ການຈັດເກັບຄ່າທຳນຽມຕໍ່ຄັ້ງກໍແພງກວ່າຢູ່ດ່ານອື່ນໆ ຄືສູງເຖິງ 55.000ກີບ. ຈົນຕ້ອງມີຄຳຖາມວ່າ ເປັນຫຍັງຄືເປັນແບບນັ້ນ?  ຈຶ່ງຮຽກຮ້ອງໄປຍັງພາກສ່ວນທີ່ກ່ຽວຂ້ອງ ຊ່ວຍລົງກວດກາ ແລະຊີ້ແຈງບັນຫາດັ່ງກ່າວຕໍ່ສັງຄົມໃຫ້ກະຈ່າງແຈ້ງດ້ວຍ ຄື:

1. ເປັນຫຍັງດ່ານຜ່ານແດນແຫ່ງນີ້ຈຶ່ງມີສິດທີ່ຈະເມີນເສີຍຕໍ່ຄຳສັ່ງຂອງ ກະຊວງກະສິກຳແລະປ່າໄມ້ ສະບັບເລກທີ 3773/ກປ ລົງວັນທີ 14 ທັນວາ 2016 ກ່ຽວກັບການຢຸດຕິການສີດຢາຂ້າເຊື້ອຍານພາຫະນະ ເຂົ້າອອກຊາຍແດນ.

2. ເປັນຫຍັງຄ່າທຳນຽມສີດຢາຂ້າເຊື້ອດັ່ງກ່າວຈຶ່ງແພງເຖິງ 55,000 ກີບ/ຄັ້ງ/ຄັນ?

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...