spot_img
Homeວິທະຍາສາດ-ວິທະຍາການບໍລິສັດປະກັນໄພຂອງຍີ່ປຸ່ນຈະເລີກຈ້າງຄົນເຮັດວຽກ ແລ້ວຫັນມາໃຊ້ລະບົບ AI ເຮັດວຽກແທນ

ບໍລິສັດປະກັນໄພຂອງຍີ່ປຸ່ນຈະເລີກຈ້າງຄົນເຮັດວຽກ ແລ້ວຫັນມາໃຊ້ລະບົບ AI ເຮັດວຽກແທນ

Published on

ເອເຈນຊີສ໌ ເຜີຍວ່າ ແນວຄິດທີ່ວ່າໃນອານາຄົດແຮງງານມະນຸດຈະຖືກແທນທີ່ດ້ວຍເຄື່ອງຈັກ ປັດຈຸບັນແມ່ນໄດ້ກາຍເປັນເລື່ອງຈິງແລ້ວ ກັບບໍລິສັດປະກັນໄພແຫ່ງໜຶ່ງຂອງຍີ່ປຸ່ນ ໂດຍໝົດເດືອນ ມີນາ 2017 ນີ້ ທາງບໍລິສັດຈະເລີກຈ້າງພະນັກງານທັງໝົດ 34 ຄົນ ໂດຍຈະຫັນມາໃຊ້ລະບົບປັນຍາປະດິດ AI ທີ່ສາມາດຄຳນວນການຈ່າຍເງິນໃຫ້ແກ່ລູກຄ້າໄດ້

ບໍລິສັດ ປະກັນໄພ Fukoku Mutual Life Insurance ເຊື່ອວ່າການເຮັດແບບນີ້ຈະຊ່ວຍເພີ່ມຍອດກຳໄລຂອງບໍລິສັດໄດ້ 30% ແລະ ຈະໄດ້ເງິນທີ່ລົງທຶນຄືນມາໃນໄລຍະບໍ່ເຖິງ 2 ປີ ໂດຍທາງບໍລິສັດບອກວ່າການນຳໃຊ້ລະບົບ AI ແທນແຮງງານຄົນ ຈະຊ່ວຍບໍລິສັດປະຢັດລາຍຈ່າຍໄດ້ປີລະ 140 ລ້ານເຢນ. ພວກເຂົາຈະເລີ່ມຕິດຕັ້ງລະບົບການທຳງານເອໄອພາຍໃນເດືອນນີ້ ເຊິ່ງການຕິດຕັ້ງລະບົບເອໄອມີມູນຄ່າ 200 ລ້ານເຢນ ພ້ອມຄ່າບຳລຸງຮັກສາປີລະ 150 ລ້ານເຢນ

ລະບົບເອໄອສ້າງຂຶ້ນໂດຍມີພື້ນຖານມາຈາກ Watson Explorer ຂອງ IBM ຖືກລະບຸວ່າເປັນເທັກໂນໂລຢີທີ່ມີຄວາມຮູ້ຄວາມສາມາດຄ້າຍຄືມະນຸດ ເຮັດໃຫ້ມັນສາມາດວິເຄາະ ແລະ ຕີຄວາມໝາຍຂອງມູນໄດ້ທຸກຢ່າງເຊັ່ນ: ຂໍ້ ຄວາມທີ່ບໍ່ມີໂຄງສ້າງພາບ,​ສຽງ,​ ວິດີໂອ ແລະ ລະບົບເອໄອຍັງຊ່ວຍລຸດເວລາໃນການຄຳນວນຄ່າໃຊ້ຈ່າຍຂອງບໍລິສັດໄດ້ອີກດ້ວຍ

ຈາກຂໍ້ມູນລາຍງານເມື່ອປີ 2015 ຂອງສະຖາບັນວິໄຈໂນມູຣະ ພົບວ່າເກືອບເຄິ່ງຂອງຕຳແໜ່ງງານທັງໝົດໃນປະເທດຍີ່ປຸ່ນອາດຖືກແທນທີ່ດ້ວຍຫຸ່ນຍົນພາຍໃນປີ 2035.

 

ແຫລ່ງຂ່າວຈາກ: http://www.manager.co.th/
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...