spot_img
Homeເກມຮູ້ຈັກກັບ 7 ສາວງາມແຫ່ງວົງການເກມທີ່ທັງງາມແລະເກັ່ງ

ຮູ້ຈັກກັບ 7 ສາວງາມແຫ່ງວົງການເກມທີ່ທັງງາມແລະເກັ່ງ

Published on

​ຫຼາຍໆຄົນທີ່ຫຼິ້ນເກມໃນປັດຈຸບັນນີ້ອາດຈະເຄີຍເຫັນເກມເມີ້ສາວຫຼິ້ນເກັ່ງໆ ງາມໆ ມາແລ້ວ, ແຕ່ມື້ນີ້ເຮົາຈະພາໄປພົບກັບ 7 ສາວສຸດຍອດຝີມືທີ່ນອກຈາກຈະງາມແລ້ວຍັງ “ເທບ” ອີກນຳ. 

Kim “Aphrodite” Ga



        ເກມເມີ້ສາວມືອາຊີບສັງກັດທີມ MVP ຂອງເກົາຫຼີ ເຊິ່ງ Kim ນັ້ນໂດ່ງດັງໃນຖານະຜູ້ຫຼິ້ນເກມ Starcraft 2 ໂດຍຝີມືການຫຼິ້ນຝ່າຍ Terran ຂອງນາງໄດ້ຮັບການຍອມຮັບວ່າໂຫດເອົາເລື່ອງເລີຍ, ໂດຍລະດັບ Rank ຂອງນາງຢູ່ໃນຊັ້ນ Grandmaster League ເລີຍ, ທັງງາມ ແລະຝີມືເທບຂະໜາດນີ້ຖືເປັນສ່ວນປະສົມທີ່ລະລາຍຫົວໃຈເກມເກມເມີ້ໜຸ່ມແນ່ນອນ. 

————————————————————————————–

Vanessa Arteaga



        Vanessa ເປັນເກມເມີ້ມືອາຊີບອີກຄົນທີ່ແຟນໆສາມາດຕິດຕາມນາງໄດ້ຜ່ານເວັບ Twitch, ໂດຍເກມແນວທີ່ມັກຂອງນາງແມ່ນ Fighting ແລະງານອະດິເລກອີກຢ່າງຂອງ Vanessa ນອກຈາກການຫຼິ້ນເກມແລ້ວກໍຄືການອອກກຳລັງກາຍ. 

————————————————————————————–

Rachel “Seltzer” Quirico



        ອີກໜຶ່ງສາວງາມຜູ້ປ່ຽນຄວາມຮັກຄວາມມັກທີ່ນາງມີຕໍ່ວີດີໂອເກມໃຫ້ກາຍເປັນອາຊີບແທ້ໆ. ນອກຈາກການຖ່າຍທອດສົດການຫຼິ້ນເກມຂອງນາງແລ້ວ Rachel ຍັງພັດທະນາຕໍ່ຍອດໄປສູ່ຜູ້ດຳເນີນລາຍການແຂ່ງຂັນ E-Sports ທັງພາກ ແລະສຳພາດເຫຼົ່ານັກກິລາຕ່າງໆ. ເຊິ່ງໃນປັດຈຸບັນນີ້ Rachel ກຳລັງມຸ່ງໝັ້ນໃນເສັ້ນທາງຂອງເກມ Overwatch.

        ທາງດ້ານຝີມືຂອງ Rachel ແມ່ນເປີດໂຕໃນຖານະຜູ້ຫຼິ້ນມືອາຊີບເກມ Team Fortress 2 ຂອງທີມ PMS Clan ໂດຍໃນລະຫວ່າງຮຽນມະຫາວິທະຍາໄລນາງກໍເຂົ້າແຂ່ງຂັນໃນຫຼາຍລາຍການ ກ່ອນທີ່ໃນປັດຈຸບັນນາງຈະຜັນໂຕອອກຈາກການເປັນຜູ້ຫຼິ້ນມາເຮັດວຽກເບື້ອງຫຼັງແທນ. 

————————————————————————————–

Kaitlyn Richelle



        ອີກໜຶ່ງຜູ້ຫຼິ້ນມືອາຊີບຈາກເກມ Starcraft 2 ນາມວ່າ: Kaitlyn ທີ່ເລີ່ມໂດ່ງດັງຕັ້ງແຕ່ນາງຍັງຮຽນຊັ້ນມັດທະຍົມໃນຊ່ວງ Starcraft Brood War ແລະຝ່າຍທີ່ນາງມັກກໍຄື: Protoss.

————————————————————————————–

Lee Yu Ra



        Lee Yu Ra ສ້າງຊື່ສຽງໂດ່ງດັງໄຕ່ອັນດັບໃນຖານະຜູ້ຫຼິ້ນເກມ Starcraft 2 ໃນເກົາຫຼີ, ນອກຈາກຝີມືອັນດັບສຸດຍອດຂອງ Lee Yu Ra ແລ້ວ ນາງຍັງມາພ້ອມໜ້າຕາສຸດໜ້າຮັກຈຶ່ງສົ່ງຜົນໃຫ້ມີແຟນໆຈຳນວນຫຼາຍຄອຍຕິດຕາມ ແລະກ່ອນທີ່ຈະຜັນໂຕມາເປັນນັກຫຼິ້ນເກມມືອາຊີບນັ້ນ Lee Yu Ra ເຄີຍເຮັດວຽກເປັນແອຣ໌ໂຮສເຕສມາກ່ອນ. 

————————————————————————————–

Olivia Munn



        ປັດຈຸບັນ Olivia Munn ນັບເປັນໜຶ່ງໃນດາລາດັງຂອງ Hollywood ກັບບົດບາດ Psylocke ໃນ Xmen: Apocalypse ແຕ່ວ່າກ່ອນໜ້ານັ້ນ Olivia ໂດ່ງດັງຂຶ້ນມາໃນຖານະຜູ້ດຳເນີນລາຍການເກມ Attack of the Show! ກໍຢ່າແປກໃຈກັນເດີ້ຖ້ານາງຈະຫຼິ້ນເກມເກັ່ງພວກເຮົາ. 

————————————————————————————–

Kat “Mystik” Gunn



        ອີກໜຶ່ງເກມເມີ້ສາວທີ່ເຮົາສາມາດຕິດຕາມໄດ້ໃນຊ່ອງທາງເວັບ Twitch ເຊິ່ງນາງມັກໃນການຫຼິ້ນເກມ FPS ແລະເກມ Fighting ເປັນຫຼັກ. ໂດຍ Kat ເປັນນັກຫຼິ້ນເກມມືອາຊີບມາຫຼາຍປີແລ້ວ, ອີກທັງຍັງເປັນຜູ້ຊະນະໃນ Season ທີສອງຂອງລາຍການ Reality Show “The Ultimate Gamer” ອີກນຳ. ເຊິ່ງສິ່ງທີ່ໜ້າສົນໃຈທີ່ສຸດກໍຄື Kat ຍັງເປັນເຈົ້າຂອງຕຳແໜ່ງ ນັກຫຼິ້ນເກມຜູ້ຍິງມືອາຊີບທີ່ມີລາຍຮັບຫຼາຍທີ່ສຸດ ຈາກທາງ Guinness World Record ເວົ້າໄດ້ວ່າຫຼິ້ນເກມເກັ່ງຈົນລວຍແຖມດ້ວຍຕຳແໜ່ງສະຖິຕິໂລກອີກພຸ້ນນະ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...