spot_img
Homeຂ່າວທ້ອງຖິ່ນຫົວພັນ ເກັບລາຍຮັບລື່ນແຜນທີ່ວາງໄວ້

ຫົວພັນ ເກັບລາຍຮັບລື່ນແຜນທີ່ວາງໄວ້

Published on

ຫົວພັນ ເປັນໜຶ່ງໃນແຂວງຂອງລາວ ທີ່ມີໂຄງປະກອບເສດຖະກິດຫັນປ່ຽນໄປໃນທ່າອ່ຽງທີ່ດີຂຶ້ນ ສະເລ່ຍອັດຕາການຂະຫຍາຍຕົວຢູ່ລະດັບ 9,97% ການຈັດຕັ້ງປະຕິບັດເກັບລາຍຮັບ ເຂົ້າງົບປະມານກໍດຳເນີນໄປຢ່າງມີຜົນຜະລິດ ແລະໄດ້ຮັບໝາກຜົນເປັນຢ່າງດີ ສະເພາະໃນສົກແລ້ວນີ້ ຕົວເລກລື່ນແຜນເຖິງ 45,52%

ອີງຕາມຂໍ້ມູນບົດສະຫຼຸບຈາກຜະແນກແຜນການ ແລະການລົງທຶນແຂວງຫົວພັນໃຫ້ຮູ້ວ່າ: ໃນສົກປີ 2015-2016 ທີ່ຜ່ານມາທົ່ວແຂວງສາມາດຈັດເກັບລາຍຮັບພາຍໃນໄດ້ທັງໝົດ 90,42 ຕື້ກີບ ທຽບໃສ່ແຜນການປີລື່ນຄາດໝາຍ 45,52% ໃນນັ້ນລາຍຮັບຈາກສ່ວຍສາອາກອນໄດ້ 81,58 ຕື້ກີບ ຮັບຈາກພູດພາສີ 3,39 ຕື້ກີບ ແລະຮັບຈາກຊັບສິນ 5,44 ຕື້ກີບ

ສ່ວນການຄຸ້ມຄອງລາຍຈ່າຍງົບປະມານທາງແຂວງປະຕິບັດໄດ້ 354,35 ຕື້ກີບ ທຽບໃສ່ແຜນການປີ ປະຕິບັດໄດ້ 98,30% ໃນນັ້ນຈ່າຍເງິນເດືອນພື້ນຖານ 287.04 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 97,95% ຈ່າຍເງິນນະໂຍບາຍຊ່ວຍໝູນຕ່າງໆ 21,37 ຕື້ກີບ ປະຕິບັດໄດ້ 89,46% ຈ່າຍຮັບໃຊ້ບໍລິຫານປົກກະຕິ 28,01 ຕື້ກີບ ປະຕິບັດໄດ້ 99,97%, ຊື້ຊັບສົມບັດທີ່ຮັບໃຊ້ບໍລິຫານ 2,68 ຕື້ກີບ ປະຕິບັດໄດ້ຕາມແຜນ, ຈ່າຍດັດສົມ, ສົ່ງເສີມ ແລະບຳລຸງ 13,16 ຕື້ກີບ, ເງິນແຮ 34,48 ຕື້ກີບ ແລະຈ່າຍການລົງທຶນຂອງລັດ 104,86 ຕື້ກີບ, ໂດຍຕົວເລກການຂາດດູນງົບປະມານທຽບໃສ່ລາຍຮັບພາຍໃນ ແຂວງສະເລ່ຍຢູ່ປະມານ 263,93 ຕື້ກີບ

ສຳລັບປີ 2017 ນີ້ແຂວງຫົວພັນ ຍັງຄາດຄະເນ ຈະສູ້ຊົນສ້າງລາຍຮັບ ສະເພາະພາຍໃນຂອງແຂວງໃຫ້ໄດ້ 103,92 ຕື້ກີບ, ລາຍຮັບຈາກສ່ວຍສາອາກອນໃຫ້ໄດ້ 96.39 ຕື້ກີບ, ຮັບຈາກພູດພາສີໃຫ້ໄດ້ 2,24 ຕື້ກີບ ແລະຮັບຈາກຊັບສິນໃຫ້ໄດ້ 5,29 ຕື້ກີບ

ສ່ວນລາຍຈ່າຍເອົາໃຈໃສ່ຄຸ້ມຄອງບໍ່ໃຫ້ເກີນ 395,40 ຕື້ກີບ ໃນນັ້ນຈ່າຍເງິນເດືອນພື້ນຖານ 325,99 ຕື້ກີບ, ຈ່າຍເງິນນະໂຍບາຍຊ່ວຍໜຸນຕ່າງໆ 21,99 ຕື້ກີບ, ຈ່າຍຮັບໃຊ້ບໍລິຫານປົກກະຕິ 29,91 ຕື້ກີບ, ຊື້ຊັບສົມບັດຄົງທີ່ຮັບໃຊ້ບໍລິຫານ 1,19 ຕື້ກີບ,​ຈ່າຍດັດສົມ, ສົ່ງເສີມ ແລະບຳລຸງ 1,73 ຕື້ກີບ, ເງິນແຮ 1,73 ຕື້ກີບ, ນອກຈາກນີ້ຄາດວ່າຍັງຈະຂາດດູນງົບປະມານອີກ 291,48 ຕື້ກີບ

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...