Home​ຂ່າວທ່ອງທ່ຽວຈີນເປີດໂຕທາງຍ່າງລອຍນ້ຳຂະໜາດໃຫຍ່ ແຫຼ່ງທ່ອງທ່ຽວແຫ່ງໃໝ່ສຸດອະລັງການ

ຈີນເປີດໂຕທາງຍ່າງລອຍນ້ຳຂະໜາດໃຫຍ່ ແຫຼ່ງທ່ອງທ່ຽວແຫ່ງໃໝ່ສຸດອະລັງການ

Published on

ເມື່ອເວົ້າເຖິງສິ່ງກໍ່ສ້າງຂອງຈີນແລ້ວ ຕ້ອງນຶກເຖິງຄວາມຍິ່ງໃຫຍ່ອະລັງການມາເປັນອັນດັບທຳອິດ ແລະ ໃນຄໍລຳ ທ່ອງທ່ຽວ ກັບ ລາວໂພສຕ໌ ມື້ນີ້ແອັດມິນຈະມານຳສະເໜີຂ່າວກ່ຽວກັບສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງປະເທດຈີນແຜ່ນດິນໃຫຍ່ໃຫ້ແຟນເພສໄດ້ຮູ້ຈັກໄປພ້ອມກັນ

ເມື່ອຊ່ວງເທສະການປີໃໝ່ ວັນທີ 1 ມັງກອນ 2017 ທີ່ຜ່ານມາ ປະເທດຈີນໄດ້ຖືເອົາວັນດັ່ງກ່າວເປັນວັນງາມຍາມດີໃນການເປີດຕົວສະຖານທີ່ທ່ອງທ່ຽວແຫ່ງໃໝ່ສຸດອະລັງການງົດງາມເໜືອຄຳບັນຍາຍ ເຊິ່ງເປັນທາງຍ່າງລອຍນ້ຳຂະໜາດໃຫຍ່ໃຈກາງແມ່ນ້ຳ ຫົງສຸ່ຍ ໃນເຂດລົວຕຽນ ມົນທົນກຸ້ຍໂຈ ທາງຕະເວັນຕົກສຽງໃຕ້ຂອງປະເທດຈີນ ເຊິ່ງທາງຍ່າງມີຄວາມຍາວກວ່າ 50 ກິໂລແມັດ

ໂດຍພິທີເປີດສະຖານທີ່ທ່ອງທ່ຽວແຫ່ງໃໝ່ນີ້ ຖືກຈັດຂຶ້ນຢ່າງຍິ່ງໃຫຍ່ອະລັງການ ໃນຕອນກາງຄືນມີການຈັດສະແດງໂຊແສງສີສຽງສວຍງາມຄ້າຍກັບພິທີເປີດມະຫາກຳການແຂ່ງຂັນກິລາລະດັບນານາຊາດ ນອກຈາກນີ້ໃນຕອນເວັນຍັງມີການໂຊກິລາການຫຼິ້ນທາງນ້ຳເພື່ອດຶງດູດນັກທ່ອງທ່ຽວ ເຊິ່ງສະຖານທີ່ແຫ່ງນີ້ສາມາດຮອງຮັບນັກທ່ອງທ່ຽວທີ່ຕ້ອງການເຂົ້າມາຊົມໄດ້ກວ່າແສນຄົນ ເຊິ່ງໄດ້ເປີດໃຫ້ນັກທ່ອງທ່ຽວເຂົ້າຊົມແລ້ວໃນວັນທີ 1 ມັງກອນ 2017 ທີ່ຜ່ານມາ

ເອົາເປັນວ່າຖ້າອ່ານລ້າໆທຸກຄົນອາດບໍ່ເຫັນພາບ ດັ່ງນັ້ນແອັດມິນເລີຍມີໄຮໄລນພິທີເປີດງານມາໃຫ້ເບິ່ງນຳກັນ

 

ແຫລ່ງຂ່າວຈາກ: http://travel.kapook.com/view163806.html
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...