spot_img
Homeຂ່າວຕ່າງປະເທດນ້ຳຖ້ວມພາກໃຕ້ຂອງໄທ ກະທົບການສັນຈອນ ທາງການໂຈະເດີນລົດໄຟ 4 ຂະບວນ

ນ້ຳຖ້ວມພາກໃຕ້ຂອງໄທ ກະທົບການສັນຈອນ ທາງການໂຈະເດີນລົດໄຟ 4 ຂະບວນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ມັງກອນນີ້ວ່າ ນ້ຳປ່າໄດ້ໄຫລຊຸເຂົ້າຖ້ວມຫລາຍພື້ນທີ່ ແຂວງນະຄອນສີທຳມະຣາດ ທາງພາກໃຕ້ຂອງໄທ ໃນນັ້ນໄດ້ຖ້ວມສູງເຮັດໃຫ້ທາງລົດໄຟເສຍຫາຍ ເປັນໄລຍະທາງຫລາຍຮ້ອຍກິໂລແມັດ ສົ່ງຜົນເຮັດໃຫ້ທາງການ ໂຈະການເດີນທາງຂອງລົດໄຟ ຈາກນະຄອນຫລວງບາງກອກ ລົງສູ່ພື້ນທີ່ດັ່ງກ່າວເຖິງ 4 ຂະບວນ ໂດຍການລົດໄຟໄທ ໄດ້ຈັດລົດເມໂດຍສານ ເພື່ອຂົນຍ້າຍຜູ້ໂດຍສານໄປສູ່ປາຍທາງແທນ.

ທັງນີ້ ສະຖານະການນ້ຳປ່າໄຫລຊຸ ຍັງຄົງສົ່ງຜົນກະທົບໃນຫລາຍພື້ນທີ່ຂອງ ແຂວງນະຄອນສີທຳມະຣາດ ເຮັດໃຫ້ການຈະລາຈອນທາງບົກ ເປັນໄປຢ່າງຫຍຸ້ງຍາກລຳບາກ, ເຈົ້າໜ້າທີ່ທາງຫລວງຂອງໄທ ໄດ້ຈັດກຳລັງກະຈາຍໃຫ້ຄວາມຊ່ວຍເຫລືອ ແລະ ອຳນວຍຄວາມສະດວກຢູ່ແຕ່ລະຈຸດ ຊຶ່ງບາງບ່ອນ ຈຳເປັນຕ້ອງໄດ້ປິດການສັນຈອນ ເນື່ອງຈາກພາຫະນະທຸກຊະນິດ ບໍ່ສາມາດໃຊ້ການໄດ້ ເນື່ອງຈາກລະດັບນ້ຳຖ້ວມສູງ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...