spot_img
HomeBaby-ແມ່ແລະເດັກສາເຫດທີ່ເຮັດໃຫ້ລູກນ້ອຍມັກຕື່ນຕອນເດິກ

ສາເຫດທີ່ເຮັດໃຫ້ລູກນ້ອຍມັກຕື່ນຕອນເດິກ

Published on

ໃນຄໍລຳ ແມ່ ແລະ ລູກ ມື້ນີ້ເຮົາຈະມາຮູ້ຈັກສາເຫດທີ່ລູກນ້ອຍມັກນອນຕື່ນຂຶ້ນມາຕອນເດິກແລ້ວຮ້ອງໄຫ້ ເຊິ່ງເລື່ອງແບບນີ້ພໍ່ແມ່ຄົງຈະໄດ້ພົບເປັນປະຈຳສຳລັບລູກທີ່ຍັງອາຍຸແຕ່ 1 ເດືອນ – 4 ເດືອນ ເຊິ່ງການທີ່ລູກຕື່ນນອນຂຶ້ນມາແລ້ວຮ້ອງໄຫ້ຕອນເດິກນັ້ນ ຈະມີສາເຫດມາຈາກຫຍັງ ເຮົາມາຮູ້ຈັກນຳກັນເລີຍ

ການນອນກໍ່ເປັນສ່ວນໜຶ່ງຂອງພັດທະນາການຂອງເດັກນ້ອຍ ຈາກຜົນການວິໄຈພົບວ່າ ເດັກນ້ອຍຈະໃຊ້ເວລານອນທັງໝົດ 16 ຊົ່ວໂມງ ໂດຍມັກຕື່ນນອນທຸກໆ 3-4 ຊົ່ວໂມງ ເຊິ່ງມີຄວາມສຳພັນກັບຄວາມຫິວ ເນື່ອງຈາກເດັກເກີດໃໝ່ຕ້ອງກນດື່ມນົມທຸກໆ 3-4 ຊົ່ວໂມງນັ້ນເອງ ດັ່ງນັ້ນຈິ່ງບໍ່ແມ່ນເລື່ອງແປກທີ່ລູກນ້ອຍຈະຕື່ນທຸກໆ 3-4 ຊົ່ວໂມງ ເຊິ່ງໃນໄລຍະລູກຍັງນ້ອຍພໍ່ແມ່ຕ້ອງອົດທົນກັນແນ່່ຈັກໜ້ອຍເມື່ອເວລາລູກຕື່ນຕອນເດິກ ແຕ່ພໍລູກມີອາຍຸໃຫຍ່ຂຶ້ນກໍ່ຈະນອນຫຼັບຕອນກາງຄືນເປັນເວລາຍາວນານຂຶ້ນ

ຄຳແນະນຳເພີ່ມເຕີມ

  • ກ່ອມລູກໃຫ້ນອນຫຼັບເທິງຕຽງ ຫຼື ເບາະນອນສະເໝີ ບໍ່ຈຳເປັນຕ້ອງອຸ້ມລູກ ຫຼື ກ່ອມລູກນອນຄາເອິກ ເພາະມັນຈະເຮັດໃຫ້ລູກຕິດ ຖ້າມື້ໃດພໍ່ແມ່ບໍ່ເຮັດແບບນີ້ລູກກໍ່ຈະນອນຫຼັບຍາກ
  • ຈັດສະພາບແວວລ້ອມຂອງຫ້ອງທີ່ລູກນອນໃຫ້ເໝາະກັບການນອນຫຼັບຂອງລູກເຊັ່ນ:​ ຄວາມມິດງຽບ,​ ອາກາດທີ່ສະບາຍກັບລູກ, ບ່ອນນອນທີ່ສະບາຍບໍ່ຄັນຄາຍ ແລະ ປິດໄຟນອນ
  • ກ່ອນລູກຈະເຂົ້ານອນພໍ່ແມ່ບໍ່ຄວນກະຕຸ້ນຈົນເຮັດໃຫ້ລູກນ້ອຍຮູ້ສຶກຕື່ນເຕັ້ນຫຼາຍເກີນໄປ ເຊັ່ນ: ການຫຼິ້ນກັບລູກຫຼາຍເກີນໄປກ່ອນເວລາເຂົ້ານອນ ເພາະອາດສົ່ງຜົນຕໍ່ການນອນຫຼັບຂອງລູກ

 

ຂໍ້ມູນຈາກ: http://motherandchild.in.th/content/view/48/1/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...