spot_img
Homeຂ່າວການສຶກສານາງ ສຸກພະໄທ ອັນດັບ 1 ການແຂ່ງຂັນຖາມ-ຕອບ ຄວາມຮູ້ອາຊຽນ ລະດັບຊາດ

ນາງ ສຸກພະໄທ ອັນດັບ 1 ການແຂ່ງຂັນຖາມ-ຕອບ ຄວາມຮູ້ອາຊຽນ ລະດັບຊາດ

Published on

ເກັ່ງ! ນັກຮຽນມ.ສ ປາກເຊ ຄອງອັນດັບ 1ໃນການແຂ່ງຂັນຖາມ – ຕອບ ຄວາມຮູ້ກ່ຽວກັບອາຊຽນລະດັບຊາດ***

ນາງ ສຸກພະໄທ ລັງສີ ນັກຮຽນຊັ້ນ ມ.6 ຂອງໂຮງຮຽນມັດທະຍົມສົມບູນ ( ມ.ສ ) ປາກເຊ ແຂວງຈຳປາສັກ ສາມາດຄອງອັນດັບໜຶ່ງ ໃນການແຂ່ງຂັນຖາມ – ຕອບຄວາມຮູ້ອາຊຽນລະດັບຊາດ ແລະ ໃນທ້າຍເດືອນນີ້ກໍ່ຈະໄດ້ໄປແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນທີ່ນະຄອນຫຼວງຮ່າໂນ້ຍ ສ.ສ ຫວຽດນາມ ຊຶ່ງຈະມີນ້ອງນັກຮຽນທີ່ເປັນຕົວແທນຈາກ 10 ປະເທດ ອາຊຽນເຂົ້າຮ່ວມແຂ່ງຂັນ.
ດຍການແຂ່ງຂັນຖາມ – ຕອບຄວາມຮູ້ອາຊຽນລະດັບຊາດປະຈຳປີ 2014 ຫຼື National ASEAN Quiz 2014 ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດ 2014 ຜ່ານມາ ທີ່ສະໜາມກິລາບູໂດ ນະຄອນຫຼວງວຽງຈັນ, ມີຕົວແທນນັກຮຽນຈາກ 3 ພາກຄື: ພາກເໜືອ ຫຼວງພະບາງ, ພາກກາງ ສະຫວັນນະເຂດ, ພາກໃຕ້ ແຂວງຈຳປາສັກ ແລະ ຈາກໂຮງຮຽນ 9 ແຫ່ງໃນນະຄອນຫຼວງ ທັງໝົດ 36 ນ້ອງເຂົ້າແຂ່ງຂັນ.
ທ່ານ ນາງ ຂັນທະລີ ດ້ວງນຸລັກ ຜູ້ອຳນວຍການໂຮງຮຽນ ມ.ສ ປາກເຊ ໃຫ້ສຳພາດໃນວັນທີ 31 ກໍລະກົດ ທີ່ຜ່ານມາວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງການຈາກກະຊວງສຶກສາ ກໍ່ຄືພະແນກສຶກສາທິການ ແລະ ກິລາແຂວງ ທາງໂຮງຮຽນກໍ່ໄດ້ຄັດເລືອກເອົານ້ອງນັກຮຽນໃນໂຮງຮຽນຈຳນວນ 3 ນ້ອງທີ່ຮຽນເກັ່ງ ແລະ ມີຄວາມຮູ້ດ້ານພາສາອັງກິດເຂົ້າສອບເສັງຄັດເລືອກຮ່ວມກັບນ້ອງນັກຮຽນຈາກ ມ.ສ ແລະ ມ.ປາຍ ທົ່ວແຂວງ ຊຶ່ງຜົນການສອບເສັງ ນາງ ສຸກພະໄທ ລັງສີ ຈາກໂຮງຮຽນ ມ.ສ ປາກເຊຂອງພວກເຮົາແລະ ອີກນັກຮຽນຊາຍ 2 ນ້ອງ ຈາກໂຮງຮຽນ ມ.ປາຍພອນສະຫວັນ ແລະ ມ.ສ ໂພນໄຊ ສາມາດຜ່ານເຂົ້າໄປແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ທີ່ນະຄອນຫຼວງວຽງຈັນຮ່ວມກັບນັກຮຽນໃນທົ່ວປະເທດ ແລະ ນາງ ສຸກພະໄທ ລັງສີ ກໍ່ສາມາດຍາດໄດ້ອັນດັບທີ 1ໃນຈຳນວນ 3 ນ້ອງທີ່ເສັງໄດ້ ເພື່ອກຽມໄປແຂ່ງຂັນຕໍ່ທີ່ຮ່າໂນ້ຍ ສ.ສ ຫວຽດນາມ ໃນທ້າຍເດືອນສິງຫານີ້ ຮ່ວມກັບນັກຮຽນ 10 ປະເທດໃນກຸ່ມອາຊຽນ.


ໃນໂອກາດນີ້ ນາງ ສຸກພະໄທ ລັງສີ ກ່າວວ່າ: ຜ່ານການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນຜົນປາກົດວ່າ ນ້ອງໄດ້ເປັນອັນດັບທີ 1 ໃນ 3 ຄົນ ທີ່ຈະໄດ້ໄປແຂ່ງຂັນຕໍ່ທີ່ນະຄອນຫຼວງຮ່າໂນ້ຍໃນທ້າຍເດືອນນີ້ ຊຶ່ງ 2 ຄົນທີ່ໄດ້ໄປນຳກັນນັ້ນເປັນເພດຍິງຈາກໂຮງຮຽນໃນນະຄອນຫຼວງວຽງຈັນ. ຈາກຜົນການແຂ່ງຂັນນີ້ ນ້ອງເອງຮູ້ສຶກຕື່ນເຕັ້ນດີໃຈ ເພາະບໍ່ຄິດບໍ່ຝັນວ່າຈະເສັງໄດ້; ເປັນຄວາມພາກພູມໃຈຢ່າງຍິ່ງທີ່ນ້ອງເອງສາມາດສ້າງຊື່ສຽງໃຫ້ແກ່ແຂວງຈຳປາສັກ, ສ້າງຊື່ສຽງໃຫ້ແກ່ໂຮງຮຽນ ແລະ ສ້າງຊື່ສຽງໃຫ້ແກ່ຄອບຄົວ ແລະ ຕົນເອງ. ໃນນາມທີ່ເປັນຕົວແທນໃຫ້ແກ່ປະເທດລາວທີ່ຈະໄດ້ໄປແຂ່ງຂັນ ຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນທີ່ຮ່າໂນ້ຍໃນທ້າຍເດືອນນີ້ ນ້ອງເອງຈຶ່ງຕ້ອງຄຸມຮຽນຫຼາຍກວ່າເກົ່າທັງຄວາມຮູ້ກ່ຽວກັບອາຊຽນ ແລະ ພາສາອັງກິດ. ສຳລັບຂອງຂັວນລາງວັນທີ່ໄດ້ຮັບ ແມ່ນໄດ້ຮັບໃບຍ້ອງຍໍ 1ໃບ, ຂັນລາງວັນ 1ໜ່ວຍ, ຄອມພິວເຕີຕັ້ງໂຕະ 1ໜ່ວຍ ແລະ ເງິນ 300 ໂດລາສະຫະລັດ.


ທ່ານ ຜູ້ອຳນວຍການ ໂຮງຮຽນ ມ.ສ ປາກເຊກ່າວຕື່ມວ່າ: ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ນັກຮຽນຂອງໂຮງຮຽນຕົນສາມາດຍາດໄດ້ອັນດັບທີ 1 ເພາະໄດ້ເປັນໃບໜ້າໃໝ່ ແລະ ສ້າງພາບພົດທີ່ດີໃຫ້ແກ່ໂຮງຮຽນ; ພ້ອມນີ້ກໍ່ເປັນການກະຕຸກຊຸກຍູ້ ປູກຈິດສຳນຶກໃຫ້ນ້ອງນັກຮຽນໃນໂຮງຮຽນກໍ່ຄືໂຮງຮຽນແຫ່ງອື່ນໆ ໃຫ້ມີຄວາມກະຕືລືລົ້ນຢາກຮຽນ ເພື່ອສ້າງຊື່ສຽງໃຫ້ແກ່ຕົນເອງ, ຄອບຄົວ, ໂຮງຮຽນ, ແຂວງ ແລະ ປະເທດຊາດ.


ສ່ວນຄວາມຫວັງໃນການເຂົ້າແຂ່ງຂັນທີ່ນະຄອນຫຼວງຮ່າໂນ້ຍນັ້ນ ນາງ ສຸກພະໄທກ່າວວ່າ: ມີຄວາມຫວັງຢາກຕິດ 1 ໃນ 3 ແຕ່ບໍ່ຮູ້ວ່າຄວາມສາມາດຂອງເຮົາຊິເຮັດໄດ້ ຫຼື ບໍ່; ແຕ່ເຖິງຢ່າງໃດກໍ່ຕາມ ນ້ອງກໍ່ຈະພະຍາຍາມເຮັດໃຫ້ສຸດຄວາມສາມາດ ແລະ ດີທີ່ສຸດ.

ຂ່າວ-ພາບ: ສຸລິນ ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...