spot_img
Homeຂ່າວພາຍ​ໃນສະໂມສອນບານເຕະລີກຈີນຢື່ນຂໍ້ສະເໜີ 300 ລ້ານຢູໂຣຂໍຊີ້ຕົວ ໂຣນັລໂດ ເຂົ້າຮ່ວມທີມ

ສະໂມສອນບານເຕະລີກຈີນຢື່ນຂໍ້ສະເໜີ 300 ລ້ານຢູໂຣຂໍຊີ້ຕົວ ໂຣນັລໂດ ເຂົ້າຮ່ວມທີມ

Published on

ສຳນັກຂ່າວບີບີຊີ ຂອງອັງກິດລາຍງານວ່າ “ຣາຊັນຊຸດຂາວ” ເຣອັລ ມາລລິດ ໄດ້ຮັບຂໍ້ສະເໜີມູນຄ່າມະຫາສານເຖິງ 300 ລ້ານຢູໂຣ ຈາກສະໂມສອນໜຶ່ງໃນໄຊນີສ ຊຸບເປີລີກຂອງຈີນ ເພື່ອຂໍຊື້ຕົວ ຄຣິສເຕຍໂນ ໂຣນັລໂດ ຊຸບເປີສະຕາທີມຊາດ ປ໋ອກຕຸຍການ ຈາກການເປີດເຜີຍຂອງ ຈອນ ເມນເດສ ຫົວໜ້າ ແລະ ຕົວແທນຂອງ ຄຣິສເຕຍໂນ ໂຣນັລໂດ

ຈອນ ເມນເດສ ອ້າງວ່າມີທີມຈາກເມືອງຈີນຍື່ນຂໍ້ສະເໜີມູນສູງເຖິງ 300 ລ້ານຢູໂຣ ແລະ ຄ່າເມື່ອຍອີກປີລະ 100 ລ້ານຢູໂຣ ເພື່ອແລກກັບການໄດ້ຕົວ ດາວເຕະປ໋ອກຕຸຍການ ຢ່າງ ໂຣນັລໂດ ມາຫຼິ້ນໃນຈີນ ແຕ່ກໍ່ຖືກ ໂຣນັລໂດ ປະຕິເສດ ຍ້ອນບໍ່ຢາກຖິ້ມທີມໃນດວງໃຈຢ່າງ ເຣອັລ ມາລລິດ ໄປຫຼິ້ນຢູ່ທີມໃດ.

ເມນເດສ ກ່າວເສີມອີກວ່າ ຕະຫຼາດນັກເຕະບານໃນຈີນ ເປັນຕະຫຼາດໃໝ່ທີ່ກຳລັງມາແຮງ ທີມໃນລີກ ຊື້ນັກເຕະດັງໆຫຼາຍຄົນຈາກທົ່ວໂລກ ແຕ່ຕອນນີ້ຍັງເປັນໄປບໍ່ໄດ້ທີ່ ທີມຈາກຈີນຈະໄດ້ຕົວ ຄຣິສເຕຍໂນ ໂຣນັລໂດ ນັກເຕະທີ່ດີທີ່ສຸດໃນໂລກໄປຮ່ວມທີມ

 

ແຫລ່ງຂ່າວຈາກ: http://news.voicetv.co.th/sport/447084.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...