Homeຂ່າວພາຍ​ໃນປີນີ້ ຄາດວ່າລວມຍອດຜະລິດຕະພັນ ພາຍໃນ (GDP) ຈະເພີ່ມຂຶ້ນບໍ່ຫລຸດ 7,5%

ປີນີ້ ຄາດວ່າລວມຍອດຜະລິດຕະພັນ ພາຍໃນ (GDP) ຈະເພີ່ມຂຶ້ນບໍ່ຫລຸດ 7,5%

Published on

ປີ 2017 ນີ້ ລັດຖະບານຈະສູ້ຊົນເຮັດໃຫ້ ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນບໍ່ຫລຸດ 7,5% ແລະ ສ້າງມູນຄ່າເພີ່ມໃຫ້ໄດ້ປະມານ 129.910 ຕື້ກີບ, ລວມຍອດຜະລິດຕະພັນພາຍໃນ ຕໍ່ຫົວຄົນ 2.300 ກວ່າໂດລາສະຫະລັດ ໃນນັ້ນ ຂະແໜງກະສິກຳ ເພີ່ມຂຶ້ນ 3% ກວມເອົາເກືອບປະມານ 22%,​ ອຸດສາຫະກຳ ເພີ່ມຂຶ້ນ 8,5% ກວມເກືອບ 30% , ບໍລິການ ເພີ່ມຂຶ້ນ 9% ກວ່າກວມເອົາ 40% ກວ່າ ແລະ ຂະແໜງພາສີຂາເຂົ້າ ເພີ່ມຂຶ້ນ 7% ກວມເອົາປະມານ 7% ຂອງGDP.

ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ເພື່ອບັນລຸຕາມຄາດໝາຍທີ່ກ່າວນັ້ນ ຈະຕ້ອງເພີ່ມທະວີຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນທີ່ແຜນກຳນົດໄວ້ ໂດຍສະເພາະແມ່ນ ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຊຸກຍູ້ການເຕີບໂຕທີ່ຕິດພັນກັບການຮັກສາສະຖຽນລະພາບ ເສດຖະກິດມະຫາພາກ ເຊັ່ນ: ການຮັກສາຄວາມເໝາະສົມ ຂອງປະລິມານເງິນ, ຄຸ້ມຄອງດັດສົມອັດຕາເງິນເຟີ, ຈຳກັດພາວະເງິນຝຶດ, ສ້າງຄວາມໝັ້ນທ່ຽງໃຫ້ຄ່າເງິນກີບ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຄັງສຳຮອງເງິນຕາຕ່າງປະເທດ ໃຫ້ກຸ້ມການນ້ຳເຂົ້າໄດ້ຢ່າງໜ້ອຍ 5 ເດືອນ, ຄຸ້ມຄອງອັດຕາແລກປ່ຽນຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ, ສ້າງເງື່ອນໄຂທີ່ເໝາະສົມ, ເອື້ອອຳນວຍ ເພື່ອໃຫ້ຕະຫລາດເງິນຕາລະຫວ່າງທະນາຄານ ໃຫ້ເຄື່ອນໄຫວຄ່ອງຕົວ ກໍຄືການເກັບລາຍຮັບພາຍໃນ ໃຫ້ໄດ້ຕາມຄາດໝາຍ ຈັດຫາແຫລ່ງດຸ່ນດ່ຽງງົບປະມານໃຫ້ໄດ້ຕາມແຜນ, ໂດຍການຂະຫຍາຍຖານລາຍຮັບງົບປະມານ ດ້ວຍການສົ່ງເສີມພື້ນຖານເສດຖະກິດ ໃຫ້ມີການຜະລິດ, ການຄ້າ ແລະ ການບໍລິການພາຍໃນປະເທດ, ແນ່ໃສ່ອຳນວຍຄວາມສະດວກ ໃຫ້ຕະຫລາດໃຫຍ່ຂຶ້ນດ້ວຍເງື່ອນໄຂພາຍໃນ ແລະ ພາຍນອກ ຮັບປະກັນເກັບອາກອນມູນຄ່າເພີ່ມ ໃນທົ່ວສັງຄົມ, ຕ້ອງຢຸດຕິການຍົກເວັ້ນພາສີ–ອາກອນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຮີບຮ້ອນປັບປຸງຖານອາກອນ ດ້ວຍການຫັນບັນດາຫົວໜ່ວຍທຸລະກິດ ໄປສູ່ລະບົບຖືບັນຊີຕາມກົດໝາຍບັນຊີ, ນຳໃຊ້ບັນດາເຄື່ອງມືທີ່ຈຳເປັນ ນັບທັງເຄື່ອງມືດ້ານ ICT ເພື່ອເພີ່ມຄວາວມວ່ອງໄວ ໃນການເກັບລາຍຮັບ ແລະ ຈຳກັດການຕົກເຮ່ຍເສຍຫາຍໃນຂອດຕ່າງໆ, ຍົກເລີກການ ເກັບພາສີ–ອາກອນແບບຕໍ່ລອງ ແລະ ຕ້ອງໃຫ້ຫົວໜ່ວຍທຸລະກິດ ປະຕິບັດການມອບພັນທະຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...