spot_img
Homeຊີວິດແລະຄວາມຮັກ5 ສັນຍານ ທີ່ບົ່ງບອກວ່າເຈົ້າເປັນຕົວສຳຮອງສຳລັບເຂົາ

5 ສັນຍານ ທີ່ບົ່ງບອກວ່າເຈົ້າເປັນຕົວສຳຮອງສຳລັບເຂົາ

Published on

ໃນສາຍຕາຂອງເຂົາເຈົ້າເປັນຕົວຈິງ ຫຼືຕົວສຳຮອງ, ຫຼາຍຄັ້ງທີ່ບາງຄົນມັກຖາມຕົວເອງສະເໝີ ເພາະບໍ່ໝັ້ນໃຈໃນຄວາມສຳພັນທີ່ເປັນຢູ່, ຢູ່ຕໍ່ໜ້າເປັນຄົນຮັກທີ່ຫວານ ແຕ່ເລິກໆໃນຄວາມຮູ້ສຶກກັບຄິດວ່າເຂົາບໍ່ແມ່ນ ເຊິ່ງຖ້າປ່ອຍໄວ້ແບບນີ້ດົນໆ ເຊື່ອວ່າໃຜໆກໍບໍ່ຢາກເປັນຕົວສຳຮອງ, ມີຄົນຮັກທັງທີກໍຢາກມີຄວາມສຸກ, ບໍ່ແມ່ນຈະມີຄວາມທຸກ, ມື້ນີ້ເຮົາມາຮູ້ກ່ຽວກັບສັນຍານທີ່ເຂົາຄິດວ່າເຮົາເປັນຕົວສຳຮອງ

  1. ບໍ່ພາໄປຮູ້ຈັກກັບຄອບຄົວເຂົາ: ລອງສັງເກດວ່າທຸກຄັ້ງທີ່ເຈົ້າເວົ້າເຖິງການທຳຄວາມຮູ້ຈັກກັບພໍ່ແມ່ຂອງເຂົາ ເຂົາມັກຈະຫາເຫດຜົນມາອ້າງເຊັ່ນ: ພໍ່ແມ່ບໍ່ຢູ່, ພໍ່ແມ່ຍັງບໍ່ພ້ອມທີ່ຈະພົບກັບຄົນຮັກຂອງລູກ, ໃນເມື່ອເຈົ້າກໍຮູ້ຢູ່ແກ່ໃຈວ່າເປັນຂໍ້ອ້າງ ດັ່ງນັ້ນ ເຈົ້າກໍບໍ່ຄວນທີ່ຈະຖາມຫາເຫດຜົນເລີຍວ່າເພາະຫຍັງ ຈຶ່ງບໍ່ພາໄປຮູ້ຈັກກັບພໍ່ແມ່ຈັກເທື່ອ
  2. ເວລາເຂົາຢູ່ກັບໝູ່ ເຈົ້າຈະກາຍເປັນຄົນບໍ່ສຳຄັນທັນທີ: ເວລາໃດທີ່ຢູ່ກັບໝູ່ ເຈົ້າຈະກາຍເປັນສ່ວນເກີນທັນທີ ບໍ່ໃຫ້ຄວາມສຳຄັນຫຍັງກັບເຈົ້າ, ເຂົາຈະໃຫ້ຄວາມສຳຄັນກັບໝູ່ເພື່ອນທຸກຄົນ ຍົກເວັ້ນເຈົ້າ
  3. ນອກໃຈທຸກຄັ້ງເມື່ອມີໂອກາດ: ຫຼາຍຄັ້ງທີ່ເຈົ້າຈັບໄດ້ວ່າ ເຂົາມີພຶດຕິກຳທີ່ນອກໃຈເຈົ້າ, ທັງແຊັດ, ທັງລົມໂທລະສັບກັບສາວໆ ທຸກຄັ້ງທີ່ເຂົາມີໂອກາດຈະນອກໃຈທຸກເທື່ອ ເຮັດໃຫ້ເຈົ້າເຈັບ ແລະເສຍໃຈກັບພຶດຕິກຳແບບນີ້ຕະຫຼອດ
  4. ມີແຕ່ເວົ້າ ແຕ່ບໍ່ເຮັດຈັກເທື່ອ: ຜູ້ຊາຍປະເພດນີ້ດີແຕ່ປາກ, ຕໍ່ໜ້າເຈົ້າເຂົາມັກຈະບອກຮັກເຈົ້າໃຫ້ເຈົ້າດີໃຈ, ວາງແຜນອະນາຄົດທີ່ມີເຈົ້າ ແລະເຂົາໄວ້ລ່ວງໜ້າ ແຕ່ເຮັດຫຍັງບໍ່ໄດ້ຈັກເທື່ອ, ເຂົາມັກຈະເວົ້າເລື່ອງຕ່າງໆມາ ໃຫ້ເຈົ້າໄດ້ຮູ້ສຶກດີໃຈ ແຕ່ບໍ່ເຄີຍເຮັດຫຍັງອອກມາໄດ້ຈັກຢ່າງ
  5. ເຂົາບໍ່ເຄີຍຈື່ຈຳລາຍລະອຽດກ່ຽວກັບເຈົ້າໄດ້: ເຈົ້າກັບເຂົາຮັກກັນກໍມາດົນແລ້ວ ແຕ່ເຂົາກັບຈື່ຈຳລາຍລະອຽດຫຍັງກ່ຽວກັບເຈົ້າໄດ້ເລີຍເຊັ່ນ: ເຂົາບໍ່ຈື່ວັນເກີດຂອງເຈົ້າ, ບໍ່ຈື່ວ່າເຈົ້າມັກຫຍັງ, ເຈົ້າບໍ່ມັກຫຍັງ ເພາະມັນບໍ່ສຳຄັນສຳລັບເຂົານັ້ນເອງ

ເມື່ອເຈົ້າຮູ້ຈັກແບບນີ້ແລ້ວ ຄວນເອົາໄປສັງເກດເບິ່ງຄົນຮັກຂອງເຈົ້າ, ເຂົາເລີ່ມມີອາການທີ່ເວົ້າມາ ຫຼືບໍ່, ຖ້າຫາກມີພຶດຕິກຳທັງໝົດທີ່ເວົ້າມາຂ້າງເທິງນັ້ນ ເຈົ້າກໍບໍ່ຄວນໄປເສຍເວລານຳ, ເຈົ້າຄວນທີ່ຈະໃຫ້ຄວາມສຳຄັນກັບຄົນທີ່ຮັກເຈົ້າແທ້ຈະດີກວ່າ
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...