Homeອຸບັດເຫດແລະປາກົດການຫຍໍ້ທໍ້ສະຫຼຸບ ອຸປະຕິເຫດ ໃນ 4 ວັນຂອງການສະຫຼອງປີໃໝ່

ສະຫຼຸບ ອຸປະຕິເຫດ ໃນ 4 ວັນຂອງການສະຫຼອງປີໃໝ່

Published on

ຕາມການລາຍງານຂອງເຈົ້າໜ້າທີ່ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ນັບແຕ່ວັນທີ 29 ທັນວາ 2016 ຫາ ວັນທີ 1 ມັງກອນ 2017, ໃນທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 146 ກໍລະນີ, ສົ່ງຜົນໃຫ້ມີພາຫະນະເປ່ເພ 275 ຄັນ, ມີຜູ້ໄດ້ຮັບບາດເຈັບ 225 ຄົນ ແລະ ເສຍຊີວິດ 16 ຄົນ, ຍິງ 3 ຄົນ, ສະເພາະຄືນຕ້ອນຮັບປີໃໝ່ 2017 ມີອຸປະຕິເຫດເກີດຂຶ້ນ 53 ກໍລະນີ, ມີພາຫະນະເປ່ເພ 106 ຄັນ, ມີຜູ້ໄດ້ຮັບບາດເຈັບ 97 ຄົນ ແລະເສຍຊີວິດ 8 ຄົນ, ເປັນຍິງ 2 ຄົນ.

ໃນນັ້ນ ຢູ່ນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 36 ກໍລະນີ, ມີພາຫະນະເປ່ເພ 69 ຄັນ, ມີຜູ້ໄດ້ຮັບບາດເຈັບ 55 ຄົນ ແລະ ເສຍຊີວິດ5 ຄົນ, ເປັນຍິງ 1 ຄົນ, ສະເພາະ ວັນທີ 31 ທັນວາ 2016 ເປັນຄໍ່າຄືນຕ້ອນຮັບປີໃໝ່ ໄດ້ມີອຸປະຕິເຫດເກີດຂຶ້ນ 15 ກໍລະນີ, ມີພາຫະນະເປ່ເພ 28 ຄັນ, ມີຜູ້ໄດ້ຮັບບາດເຈັບ 26 ຄົນ ແລະ ມີຜູ້ເສຍຊີວິດ 3 ຄົນ, ເປັນຍິງ 1 ຄົນ, ທຽບໃສ່ປີຜ່ານມາ ເຫັນວ່າມີຈຳນວນເພີ່ມຂຶ້ນເກືອບເທົ່າຕົວ, ຍ້ອນປີນີ້ເປັນວັນພັກຍາວກວ່າ ຈຶ່ງພາໃຫ້ມີການສະຫລອງກັນຫລາຍ, ພ້ອມດື່ມສິ່ງມືນເມົາແລ້ວ ຂັບຂີ່ລົດດ້ວຍຄວາມປະໝາດ, ບໍ່ເຄົາລົບກົດຈະລາຈອນ ຈຶ່ງສົ່ງຜົນໃຫ້ມີອຸປະຕິເຫດເພີ່ມຂຶ້ນ ແລະ ມີຜູ້ເສຍຊີວິດຫລາຍຂຶ້ນ, ເຖິງວ່າກຳລັງເຈົ້າໜ້າທີ່ໄດ້ເອົາໃຈໃສ່ກວດກາເວນຍາມຄວບຄຸມການຈະລາຈອນ, ຕັ້ງຈຸດກວດກາທາດເຫລົ້າ ແລະ ອື່ນໆ ແຕ່ກໍຍັງບໍ່ທັນເຮັດໃຫ້ອຸປະຕິເຫດຫລຸດລົງໄດ້.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...