Homeຂ່າວເຫດການກຳລັງປ້ອງກັນຄວາມສະຫງົບ ສຳເລັດການຝຶກອົບຮົມ ລະບົບວົງຈອນປິດ

ກຳລັງປ້ອງກັນຄວາມສະຫງົບ ສຳເລັດການຝຶກອົບຮົມ ລະບົບວົງຈອນປິດ

Published on

ໃນວັນທີ 30 ທັນວາ 2016 ຜ່ານ​ມານີ້ ການຝຶກອົບຮົມ ວຽກງານວິຊາສະເພາະ ຂອງລະບົບວົງຈອນປິດ ໄດ້ສຳເລັດລົງ ເຊິ່ງໄດ້​ດໍາ​ເນີນ​ມາ​ເປັນ​ເວລາ 10 ວັນ​, ພາຍ​ໃຕ້ການ​ເປັນ​ປະທານ​ ຂອງ​ທ່ານ​ ພົຈວ ຫອງເຫລັກ ມັງໜໍ່ເມກ ຫົວໜ້າກົມ​ໃຫຍ່ຕໍາຫລວດ ໃຫ້ກຽດເຂົ້າຮ່ວມ ມີທ່ານ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ​ໃນ​ຄັ້ງ​ນີ້, ເປັນການຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ບັນດາ​ຜູ້​ເຂົ້າ​ຮ່ວມ ຝຶກ​​ອົບຮົມ​ໄດ້​ຮຽນ​ຮູ້​ ຄວາມ​ຮູ້​ພື້ນຖານ​ດ້ານ​ລະບົບວົງຈອນປິດ, ໃນການບໍາລຸງຮັກສາ, ການຄຸ້ມຄອງ ນຳໃຊ້ວັດຖຸອຸປະກອນ ເຕັກນິກ ໃຫ້ມີຄວາມຮັບປະກັນ ແລະມີປະສິດທິຜົນສູງສຸດ.

ໃນ​ພິທີ​ດັ່ງກ່າວ, ທ່ານ ພົຕ ສິນທະວົງ ໄຊຍະກອນ ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ ​ຕໍ່​ຄະນະ​ຮັບ ຜິດຊອບ​ຊຸດ​ອົບຮົມ ກໍ​ຄື​ ຄະນະ​ກົມໃຫຍ່ຕຳຫລວດ ພ້ອມ​ດ້ວຍ​ຄູ-​ອາຈານ ທີ່​ໄດ້​ເອົາ​ໃຈ​ໃສ່​ສິດສອນ ແລະ ສາມາດ​ຍົກ​ລະດັບ​ຄວາມ​ຮູ້​ພື້ນຖານ ​ດ້ານ​ໄອທີ, ເຕັກນິກວິຊາສະເພາະ ​ໃຫ້​ແກ່​ຜູ້​ມາ​ເຂົ້າຮ່ວມ​​ອົບຮົມ​ເປັນ​ຢ່າງ​ດີ. ພ້ອມ​ນັ້ນ, ທ່ານ​ ໄດ້​ໃຫ້​ທິດຊີ້ນຳ ຕໍ່​ພະນັກງານ​ ​ແລະສໍາມະນາກອນ ທີ່​ສຳ​ເລັດ​ການ​ອົບຮົມ​ ໃນ​ຄັ້ງນີ້ ​ໂດຍ​ເນັ້ນເຖິງ​ບົດບາດ​ຄວາມ​ສຳຄັນ ​ແລະ ຄວາມ​ຮຽກ​ຮ້ອງຕ້ອງການ​ ທາງ​ດ້ານ​ວຽກ​ງານ​ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໂດຍສະ​ເພາະ​ການ​ຮ່ວມ​ມື​ສາກົນ ​ໃນ​ໄລຍະ​ໃໝ່ ​ເຊິ່ງ​ແມ່ນ​ໄລຍະ​ທີ່ກຳລັງ​ປະຕິບັດ​ມະຕິ IX ຂອງພັກ ແລະ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ແຫ່ງ​ຊາດ 5 ປີ ຄັ້ງທີ VII ໂດຍເລັ່ງໃສ່ການປະຕິບັດ ບຸກທະລຸ 4 ດ້ານ ທີ່ພັກ ໄດ້ວາງອອກໃນກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ. ພ້ອມ​ທັງກ່າວວ່າ: ຄວາມ​ຮູ້​ພື້ນຖານ​ທີ່​ໄດ້​ຮັບ​ ໃນ​ເທື່ອ​ນີ້ ຈະ​ຊ່ວຍ​ໃຫ້​ຜູ້​ເຂົ້າ​ຮ່ວມ​​ອົບຮົມ ສາມາດ​ນຳ ​ໃຊ້​ເຂົ້າ​ ໃນ​ວຽກ​ງານຕົວ​ຈິງ​ຂອງ​ຕົນ ​ແລະ ເປັນ​ພື້ນຖານ​ເພື່ອ​ສືບຕໍ່​ຄົ້ນ​ຄ້ວາ​ຮ່ຳຮຽນ​ ໃນຂັ້ນຕໍ່​ໄປ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...