spot_img
Homeຂ່າວທ້ອງຖິ່ນສາວແມ່ລູກອ່ອນເຜົ່າຕຣຽງ ທີ່ຕ້ອງໄປເກີດລູກຢູ່ປ່າ ໄດ້ໄປຢູ່ໂຮງໝໍແລ້ວ

ສາວແມ່ລູກອ່ອນເຜົ່າຕຣຽງ ທີ່ຕ້ອງໄປເກີດລູກຢູ່ປ່າ ໄດ້ໄປຢູ່ໂຮງໝໍແລ້ວ

Published on

ເພຈໂຮງຫມໍເມືອງດາກຈຶງ ລາບງານໃຫ້ຮູ້ວ່າ ເມື່ອວັນທີ 30 ທັນວາ 2016 ທາງໂຮງຫມໍເມືອງດາກຈຶງ ແຂວງເຊກອງ ໄດ້ໃຫ້ທີມແພດໄປໃຫ້ຄວາມຊ່ວຍເຫລືອ ຍິງສາວ ຊົນເຜົ່າຕຣຽງ ທີ່ປະພຶດຜິດຮີດຂອງເຜົ່າ ຍ້ອນຖືພາກ່ອນແຕ່ງງານ ແລ້ວຖືກຊາວບ້ານໃຫ້ຫນີອອກໄປເກີດລູກຢູ່ປ່ານອກບ້ານພຽງລໍາພັງຜູ້ດຽວ. ລາຍງານກ່າວວ່າທີມແພດໄດ້ພາຜູ້ກ່ຽວ ພ້ອມລູກນ້ອຍເຂົ້າໄປຢູ່ເຮືອນຫລັງຫນຶ່ງ ໃນຕົວເມືອງດາກຈຶງ.

ກ່ອນຫນ້ານີ້ ຄືວັນທີ 29 ທັນວາ 2016 ເພຈໂຮງຫມໍເມືອງດາກຈຶງໄດ້ໂພສຮູບທີມແພດລົງໄປສັກຢາໃຫ້ເດັກນ້ອຍທີ່ຫາກໍເກີດຢູ່ຕູບນ້ອຍໆ ນອກບ້ານແຫ່ງຫນຶ່ງຂອງເມືອງດາກຈຶງ ເຊິ່ງເຮັດໃຫ້ເປັນຂ່າວດັງ ຜູ້ຄົນຕ່າງກໍເປັນຫ່ວງເປັນໃຍ ຈົນໃນທີ່ສຸດແມ່ລູກດັ່ງກ່າວກໍໄດ້ຮັບການຊ່ວຍເຫລືອ.

ຕ້ອງຂອບໃຂທີມແພດໂຮງຫມໍເມືອງດາກຈຶງ ແລະສື່ສັງຄົມອອນລາຍຄືເຟສບຸກທີ່ເຮັດໃຫ້ເກີດຄວາມມີມະນຸດສະທຳຂຶ້ນໃນຄັ້ງນີ້.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...