spot_img
Homeວິທະຍາສາດ-ວິທະຍາການນັກວິໄຈໄດ້ພັດທະນາຢາສັກຄຸມກຳເນີດສຳລັບເພດຊາຍ

ນັກວິໄຈໄດ້ພັດທະນາຢາສັກຄຸມກຳເນີດສຳລັບເພດຊາຍ

Published on

ນັກວິໄຈໄດ້ພັດທະນາຢາສັກຄຸມກຳເນີດສຳລັບຜູ້ຊາຍໂດຍສະເພາະ ແລະ ກຳລັງພັດທະນາໃຫ້ໄດ້ຜົນດີຂຶ້ນ ເພື່ອຫຼຸດຜົນຂ້າງຄຽງຕ່າງໆ ເຊັ່ນ: ຄວາມຊຶມເສົ້າ ແລະ ຄວາມຜິດປົກກະຕິທາງອາລົມ ຫຼັງຈາກສັກຢາຄຸມນີ້ເຂົ້າໄປແລ້ວ ໂດຍງານວິໄຈນີ້ໄດ້ຮັບການເຜີຍແຜ່ໃນວາລະສານວິຊາການ Journal of Clinical Endocrinology & Metabolism ແລ້ວ

ມີການຄົ້ນພົບວ່າ ການໃຊ້ຢາຄຸມກຳເນີດແບບຮໍໂມນສຳລັບຜູ້ຊາຍໃຊ້ປ້ອງກັນການຖືພາໃນຄູ່ນອນຂອງຜູ້ຊາຍໄດ້ ການສຶກສາຂອງພວກເຂົາຊີ້ໃຫ້ເຫັນເຖິງປະສິດທິພາບຂອງຢາຄຸມກຳເນີດແບບນີ້ “ນາຍແພດ ມາຣິໂອ ຟິລິບ ເຣເຍສ” ແຫ່ງອົງການອານະໄມໂລກ ກໍ່ເປັນໜຶ່ງໃນນັກວິໄຈເຜີຍວ່າ

ຂັ້ນຕອນທົດສອບມີຄວາມປອດໄພ ແລະ ປະສິດທິພາບຂອງຢາຄຸມກຳເນີດແບບສັກນັ້ນ ໄດ້ທົດສອບກັບຜູ້ຊາຍຈຳນວນ 320 ຄົນ ອາຍຸລະຫວ່າງ 18-45 ປີ ທຸກຄົນມີຄູ່ຮ່ວມສົມຣົດ ອາຍຸລະຫວ່າງ 18-38 ປີ ແລະ ແຕ່ງງານກັນເປັນເວລາບໍ່ຕ່ຳກວ່າ 1 ປີ ໂດຍມີຈຳນວນສະເປີມປົກກະຕິໃນມື້ທຳອິດຂອງການສຶກສາທົດລອງ

ຫຼັງຈາກທີ່ຜູ້ຊາຍທຸກຄົນໄດ້ຮັບການສັກຢາຮໍໂມນໂປຣເຈສໂຕເຈນທີ່ຊື່ norethisterone enanthate (NET-EN) ປະລິມານ 200 ມິລລິກຣາມ ແລະ ຮໍໂມນແອນໂດຣເຈນທີ່ຊື່ testosterone undecanoate (TU) ປະລິມານ 1,000 ມິລລິກຣາມ ໂດຍມີການສັກຢາຄຸມກຳເນີດທຸກໆ 8 ອາທິດ ເປັນເວລາລວມກັນ 26 ອາທິດ ເພື່ອຫຼຸດຈຳນວນຂອງສະເປີມເພດຊາຍ ເຊິ່ງອາສາສະໝັກຈະຕ້ອງໃຫ້ຕົວຢ່າງນ້ຳອະສຸຈິເພື່ອນຳໄປທົດສອບຫຼັງຈາກຜ່ານການສັກຢາຄຸມແລ້ວ 8 ແລະ 12 ອາທິດ ຈົນກວ່າຈະຢູ່ໃນລະດັບທີ່ຈຳນວນສະເປີມຫຼຸດລົງຈົນເຖິງລະດັບທີ່ກຳນົດໄວ້

ນັກວິໄຈພົບວ່າຮໍໂມນແບບສັກນັ້ນຊ່ວຍຫຼຸດສະເປີມໃຫ້ເຫຼືອ 1 ລ້ານຕົວຕໍ່ 1 ມິລລິລິດພາຍໃນ 24 ອາທິດ ແລະ ວິທີຄຸມກຳເນີດແບບນີ້ຖືວ່າມີປະສິດທິພາບໃນກຸ່ມຄົນທີ່ໃຊ້ຢ່າງຕໍ່ເນື່ອງເຖິງ 94%

ແຫລ່ງຂໍ້ມູນຈາກ: http://www.vcharkarn.com/vnews/505901
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...