spot_img
Homeຂ່າວການພັດທະນາເຂື່ອນປາກລາຍ ເຂື່ອນແມ່ນ້ຳຂອງອີກແຫ່ງຂອງລາວ ກຳລັງຖືກຫາລືເພື່ອການກໍ່ສ້າງ

ເຂື່ອນປາກລາຍ ເຂື່ອນແມ່ນ້ຳຂອງອີກແຫ່ງຂອງລາວ ກຳລັງຖືກຫາລືເພື່ອການກໍ່ສ້າງ

Published on

lower_mekong_dams_map
ຈຸດສີແດງ ສະແດງເຖິງທີ່ຕັ້ງຂອງເຂື່ອນປາກລາຍ ໃນຂະນະທີ່ຈຸດສີຂາວ ໝາຍເຖິງເຂື່ອນທີ່ຢູ່ໃນແຜນການກໍ່ສ້າງເທິງແມ່ນ້ຳຂອງ ທັງໃນ ສປປ ລາວ ແລະ ກຳປູເຈຍ, ຈຸດສີເທົາ ສະແດງໃຫ້ເຫັນເຂື່ອນທີ່ກຳລັງຢູ່ໃນການກໍ່ສ້າງ ແລະ ຈຸດສີດຳ (ຢູ່ໃນ ສປ ຈີນ) ແມ່ນເຂື່ອນທີ່ຖືກສ້າງຂຶ້ນສຳເລັດແລ້ວ ເທິງແມ່ນ້ຳຂອງ ຫຼື ແມ່ນ້ຳລ້ານຊ້າງ ຕາມຊື່ເອີ້ນຂອງພາສາຈີນ.

 

ເມື່ອບໍ່ດົນມານີ້ ຢູ່ແຂວງໄຊຍະບູລີ ໄດ້ມີກອງປະຊຸມປຶກສາຫາລືຕີລາຄາຄວາມເປັນໄປໄດ້ ໂຄງການກໍ່ສ້າງ

ເຂື່ອນໄຟຟ້ານ້ຳຂອງໃນຈຸດເມືອງປາກລາຍ ແຂວງໄຊຍະບູລີ-ເມືອງແມດ ແຂວງວຽງຈັນ, ໂດຍການເປັນ

ປະທານຂອງທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ແລະ ທ່ານນາງ ສິງຄຳ ຄົງສະຫວັນ ຮອງເຈົ້າ

ແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.

 

ສຳລັບບັນຫາທີ່ໄດ້ຫາລືໃນກອງປະຊຸມຄັ້ງນີ້ ແມ່ນລົງເລິກກ່ຽວກັບຜົນກະທົບດ້ານສິ່ງແວດລ້ອມ – ສັງຄົມ

ແລະ ທຳມະຊາດ, ໂດຍສະເພາະການປ່ຽນແປງຂອງລະບົບນິເວດ, ການປະມົງ, ການຍົກຍ້າຍຂອງປະຊາຊົນ

ແລະ ອື່ນໆ ເຊິ່ງຄາດວ່າຈະມີປະຊາຊົນຫລາຍກວ່າ 789 ຄອບຄົວ, ທີ່ອາໄສຢູ່ລຽບຕາມສອງແຄມຝັ່ງແມ່ນ້ຳ

ຂອງເຂດເມືອງປາກລາຍ ແລະ ແຂວງວຽງຈັນ ຕ້ອງໄດ້ຍົກຍ້າຍອອກໄປຢູ່ພື້ນທີ່ໃໝ່. ນອກຈາກນີ້, ຍັງມີ

ຊັບສົມບັດສ່ວນລວມເປັນຕົ້ນ: ໂຮງຮຽນ, ວັດ, ເສັ້ນທາງ ແລະ ເນື້ອທີ່ກະສິກຳຫລາຍກວ່າ 10 ພັນ ເຮັກຕາ

ອາດໄດ້ຮັບຄວາມເສຍຫາຍ.

 

ທ່ານຮອງເຈົ້າແຂວງໄຊ ຍະບູລີ ໃຫ້ຮູ້ວ່າ ຜົນຂອງການປຶກສາຫາລືໃນກອງປະຊຸມຄັ້ງນີ້ ແມ່ນຈະໄດ້ນຳສະເໜີ

ຕໍ່ລັດຖະບານເພື່ອຫາວິທີການທົດແທນຄ່າເສຍຫາຍທາງຂອງຊັບສີນ ແລະ ເນື້ອທີ່ການຜະລິດຂອງປະຊາ

ຊົນທີ່ໄດ້ຮັບຜົນກະທົບ ຈາກການພັດທະນາໂຄງການດັ່ງກ່າວ ຕາມຄວາມເໝາະສົມ, ເພື່ອຮັບປະກັນໃຫ້ປະ

ຊາຊົນມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ.

 

ໂຄງການເຂື່ອນໄຟຟ້ານ້ຳຂອງແຫ່ງນີ້ ຕັ້ງຢູ່ຫ່າງຈາກເທສະບານເມືອງປາກລາຍໄ ທາງທິດເໜືອປະມານ 30

ກວ່າກິໂລແມັດ, ຕົວເຂື່ອນມີລັກສະນະຝາຍນ້ຳລົ້ນ ສູງ 51 ແມັດ, ກຳລັງຕິດຕັ້ງ 770 ເມກາວັດ, ມີປະຕູນ້ຳ,

ທາງຜ່ານຂອງປາ ແລະ ເຮືອ, ມູນຄ່າການກໍ່ສ້າງປະມານ 1,8 ຕື້ໂດລາສະຫະລັດ ແລະ ມີໄລຍະສຳປະທານ 30

ກວ່າປີ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_20.html

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...