Homeຂ່າວພາຍ​ໃນຜົນການເຕະບານ ລະຫວ່າງ ສະໂມສອນ Boeung Ket Angkor ພົບກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ

ຜົນການເຕະບານ ລະຫວ່າງ ສະໂມສອນ Boeung Ket Angkor ພົບກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ

Published on

ການແຂ່ງຂັນບານເຕະ Toyota Mekong Club Championship 2016 ຮອບຮອງຊະນະເລີດ ລະຫວ່າງ ສະໂມສອນ Boeung Ket Angkor ເປີດບ້ານພົບກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ໃນຕອນຄ່ຳຂອງມື້ນີ້ ວັນທີ 31 ທັນວາ 2016 ເວລາ 18:00 ໂມງ ທີມທີ່ຊະນະຈະຜ່ານເຂົ້າໄປ ຊີງຊະນະເລີດກັບ ສະໂມສອນ ບູຣີຣຳ ຢູໄນເຕັດ ແຊ້ມເກົ່າ ປີທີ່ຜ່ານມາ.

ສະໂມສອນ ລ້ານຊ້າງ ຢູໄນເຕັດ ໄດ້ມອບຂອງຂັວນຕ້ອນຮັບປີໃໝ່ 2017 ໃຫ້ກັບພີ່ນ້ອງຊາວລາວ ທັງປະເທດ ໂດຍການບຸກໄປຊະນະ ສະໂມສອນ Boeung Ket Angkor ຄາບ້ານ 3-0 ເຮັດໃຫ້ພວກເຂົ້າຜ່ານເຂົ້າໄປໃນຮອບຊິງຊະນະເລີດໄປພົບກັບ ແຊ້ມເກົ່າ ສະໂມສອນ ບູຣີຣຳ ຢູໄນເຕັດ

3299

ການແຂ່ງຂັນ ນັດຊີງຊະນະເລີດ ລະຫວ່າງ ສະໂມສອນ ບູຣີຣຳ ຢູໄນເຕັດ ກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ຈະແຂ່ງຂັນກັນ 2 ນັດໄປ-ກັບ ໂດຍທີ່ໃນນັດທຳອິດ ສະໂມສອນ ລ້ານຊ້າງ ຢູໄນເຕັດ ຈະເປັນຝ່າຍ ເປີດບ້ານຕອນຮັບ ການບຸກມາຂອງ ແຊ້ມເກົ່າ ໃນວັນທີ 04 ມັງກອນ 2017 ສ່ວນນັດທີ 2 ສະໂມສອນ ລ້ານຊ້າງ ຢູໄນເຕັດ ຈະເປັນຝ່າຍ ບຸກອອກໄປຍາມ ສະໂມສອນ ບູຣີຣຳ ຢູໄນເຕັດ ໃນວັນທີ 08 ມັງກອນ 2017.

ຢ່າລືມແຟນບານຊາວລາວທຸກຄົນ ຢ່າລືມຮ່ວມສົ່ງແຮງໃຈໃຫ້ທັບນັກກີລາບານເຕະ ລ້ານຊ້າງ ຢູໄນເຕັດ ຕົວແທນທີມຈາກ ສປປ ລາວ ທີມທຳອິດ ທີ່ໄດ້ເຂົ້າຊິງໃນລາຍການນີ້ ໃນວັນທີ 4 ມັງກອນ 2017 ທີ່ສະໜາມເຈົ້າອານຸວົງ

2700 3056 6501

ຂໍ້ມູນ ແລະ ພາບຂ່າວຈາກ: LANEXANG UNITED

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...