Homeນານາສາລະ7 ວິທີໄລ່ແມງວັນ ໃຫ້ອອກໄປຈາກເຮືອນ

7 ວິທີໄລ່ແມງວັນ ໃຫ້ອອກໄປຈາກເຮືອນ

Published on

ເຖິງແມ່ນວ່າຈະທຳຄວາມສະອາດເຮືອນພຽງໃດ ແຕ່ກໍຍັງມີແມງວັນມາຕອມຕະຫຼອດສົ່ງສຽງລົບກວນເບົາໆ ເຮັດໃຫ້ຮູ້ສຶກລຳຄານໃຈ, ແຖມຍັງໄລ່ແລ້ວໄລ່ອີກກໍບໍ່ຍອມບິນໜີອອກຈາກເຮືອນງ່າຍໆ, ມື້ນີ້ ແອັດມິນມີວິທີໄລ່ແມງວັນ ມາຊ່ວຍແກ້ບັນຫາ ໃຫ້ຄົນທີ່ກຳລັງມີບັນຫາກັບແມງວັນ

  1. ນໍ້າຢາລ້າງຈານປະສົມນໍ້າ: ພຽງແຕ່ເອົານໍ້າຢາລ້າງຈານ ປະສົມກັບນໍ້າ ໃນປະລິມານທີ່ເທົ່າກັນ ອັດຕາສ່ວນ 1/1 ຈາກນັ້ນກໍເອົາສ່ວນປະສົມທີ່ໄດ້ໄປໃສ່ໃນກະບອກສີດນໍ້າ ແລ້ວເອົາໄປພົ່ນໃສ່ແມງວັນ ຈະເຮັດໃຫ້ແມງວັນຫາຍໃຈບໍ່ອອກ ດ້ວຍການພົ່ນເປັນລະອອງຄ່ອຍໆ ແລ້ວແມງວັນກໍຈະໜີອອກໄປ
  2. ພິກໄທປົ່ນປະສົມນໍ້າຕານ: ດ້ວຍການເອົາທັງສອງຢ່າງປະສົມກັນ ແລະເຕີມນໍ້າລົງເລັກໜ້ອຍໃຫ້ເປັນເນື້ອໜຽວ ແລ້ວເອົາໄປທາລົງເຈ້ຍ ເພື່ອເອົາໄປປະ ໃຫ້ແມງວັນມາຕອມ ຈາກນັ້ນເມື່ອແມງວັນບິນມາຕອມ ພິດເຜັດຮ້ອນຂອງພິກໄທຈະເຮັດໃຫ້ແມງວັນຕາຍທັນທີ
  3. ນໍ້າເຊື່ອມນໍ້າຕານປະສົມພິກໄທ: ດ້ວຍການເອົານໍ້າເຊື່ອມທີ່ເຂັ້ມຂຸ້ນທີ່ມີຄວາມໜຽວ ປະສົມກັບພິກໄທ ຈາກນັ້ນໃສ່ພາຊະນະແລ້ວເອົາໄປຕັ້ງໄວ້ບໍລິເວນທີ່ມີແມງວັນ, ເມື່ອແມງວັນບິນມາຕອມ ກໍຈະຕິດກັບນໍ້າເຊື່ອມນັ້ນ ແລະບິນໄປໃສບໍ່ໄດ້ອີກ
  4. ຢາງພາລາສົດປະສົມນໍ້າມັນພືດ: ເຮັດກາວດັກແມງວັນແບບງ່າຍໆ ດ້ວຍການໃຊ້ຢາງພາລາສົດ ປະສົມກັບນໍ້າມັນພືດ ໃຫ້ມີຄວາມມື່ນ ແລະໜຽວ, ຈາກນັ້ນໃສ່ພາຊະນະ ຫຼືຕິດລົງເຈ້ຍ ອາດຈະວາງອາຫານບູດລົງເລັກໜ້ອຍ ເມື່ອແມງວັນມາຕອມກໍຈະຕິດທັນທີ
  5. ນໍ້າສົ້ມສາຍຊູປະສົມນໍ້າ: ໃຫ້ປະໂຫຍດຈາກນໍ້າສົ້ມສາຍຊູທີ່ມີຢູ່ ດ້ວຍການປະສົມກັບນໍ້າ ໂດຍເນັ້ນຄວາມເຂັ້ມຂຸ້ນຂອງນໍ້າສົ້ມສາຍຊູຫຼາຍກວ່າ, ຈາກນັ້ນໃສ່ບັ້ງສີດ ແລ້ວໄປສີດບໍລິເວນທີ່ມີແມງວັນຢູ່ ກິ່ນຂອງນໍ້າສົ້ມສຍຊູຈະເຮັດໃຫ້ແມງວັນໜີໄປບ່ອນອື່ນ
  6. ກະທຽມຕົ້ມກັບນໍ້າຮ້ອນ: ປອກກະທຽມແລ້ວໄປໃສ່ໝໍ້ຕົ້ມນໍ້າໃຫ້ຮ້ອນ ຈາກນັ້ນເອົາກິ່ງໄມ້ນ້ອຍໆ ມາແຊ່ລົງໄປໃນນໍ້າກະທຽມທີ່ຕົ້ມສຸກນັ້ນ ແຊ່ປະໄວ້ຈົນແນ່ໃຈວ່າກິ່ນຈະຕິດກິ່ງໄມ້ໄດ້ດົນ ແລ້ວກໍເອົາຂຶ້ນໄປປັກໄລ່ແມງວັນໃນບ່ອນທີ່ມີແມງວັນ ກິ່ນຂອງກະທຽມຈະເຮັດໃຫ້ແມງວັນບໍ່ມາໃກ້ອີກ
  7. ຈູດເປືອກໝາກກ້ຽງຕາກແຫ້ງ: ເປືອກໝາກກ້ຽງແຫ້ງສາມາດໃຊ້ເປັນອຸປະກອນໄລ່ແມງວັນໄດ້ ພຽງແຕ່ເອົາໄປຈູດໃຫ້ເກີດຄວັນ ເພື່ອໃຫ້ແມງວັນບິນໜີອອກຈາກເຮືອນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...