Homeຂ່າວພາຍ​ໃນລັດຈະບໍ່ໃຫ້ມີໂຄງການນອກແຜນເດັດຂາດ

ລັດຈະບໍ່ໃຫ້ມີໂຄງການນອກແຜນເດັດຂາດ

Published on

ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ຕໍ່ໜ້ານີ້ລັດຖະບານຈະບໍ່ໃຫ້ຂະແໜງການ ແລະ ທ້ອງຖິ່ນໃດປະຕິບັດໂຄງການນອກແຜນ ແລະ ໂຄງການລົງທຶນກ່ອນຢ່າງເດັດຂາດ, ພາຍຫລັງເຫັນວ່າການລົງທຶນໃນຮູບແບບດັ່ງກ່າວເຮັດໃຫ້ລັດສູນເສຍຜົນປະໂຫຍດມະຫາສານ ແລະ ບໍ່ມີປະສິດທິຜົນ, ພ້ອມທັງລະບຸວ່າຂະແໜງໃດ, ທ້ອງຖິ່ນໃດລະເມີດ ແມ່ນຕ້ອງຮັບພິຊອບຕາມລະບຽບກົດໝາຍ.

ບັນຫາດັ່ງກ່າວໄດ້ກໍານົດແຈ້ງໃນບົດແນະນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2017 ທີ່ລັດຖະບານກໍຄືກະຊວງການແຜນການ ແລະ ການລົງທຶນພວມເລັ່ງເຜີຍແຜ່ໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນໄດ້ຮັບຮູ້ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຄັ່ງຄັດ, ຊຶ່ງໃນປີ 2017 ນີ້ ການລົງທຶນຂອງລັດມີປະມານ 36.366 ຕື້ກີບ, ໃນນີ້ລົງທຶນພາຍໃນມີ 5.463 ຕື້ກີບ, ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 8.629 ຕື້ກີບ, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 14.474 ຕື້ກີບ ແລະ ສີນເຊື່ອທະນາຄານມີປະມານ 7.800 ຕື້ກີບ. ສະນັ້ນ ເພື່ອຮັບປະ ກັນໃຫ້ໂຄງການລົງທຶນມີປະສິດທິຜົນ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ລັດຖະບານຈຶ່ງເນັ້ນໃຫ້ທຸກຂະແໜງການນັບແຕ່ສູນກາງຮອດທ້ອງຖິ່ນຈັດຕັ້ງປະຕິບັດບັນດາໂຄງການລົງທຶນຈາກງົບປະ ມານລັດໃຫ້ສອດຄ່ອງຕາມລະບຽບກົດໝາຍ, ໂດຍສະເພາະບໍ່ໃຫ້ມີໂຄງການນອກແຜນ ຫລື ໂຄງ ການລົງທຶນກ່ອນເກີດຂຶ້ນເດັດຂາດ ແລະ ທຸກໂຄງການຕ້ອງຮັບໃຊ້ວຽກງານຈຸດສຸມຂອງແຜນພັດ ທະນາເສດຖະກິດ-ສັງຄົມ, ຖືກຕ້ອງຕາມບູລິມະສິດຂອງຂະແໜງການ ແລະ ທ້ອງຖິ່ນ, ໂດຍບໍ່ໃຫ້ສ້າງໜີ້ຂຶ້ນຕື່ມ. ພ້ອມນີ້ນັບແຕ່ຂັ້ນຕອນເຈລະຈາຮ່າງສັນຍາຮັບເໝົາ, ຈັດຊື້-ຈັດຈ້າງ ແລະ ປະມູນໂຄງການຕ້ອງໃຫ້ມີຂະແໜງແຜນການ ແລະ ການລົງທຶນ, ຂະແໜງການເງິນ ແລະ ກວດກາເຂົ້າຮ່ວມ ເພື່ອສາມາດກວດກາຄວາມໂປ່ງໃສ, ການຊໍາລະການລົງທຶນຕ້ອງລວມສູນ ແລະ ປະເມີນຜົນຈ່າຍຕາມໜ້າວຽກຕົວຈິງ. ສໍາລັບໂຄງການສໍາເລັດ 100% ແມ່ນໃຫ້ມີການທົດລອງນໍາໃຊ້ຕົວຈິງໄລຍະໜຶ່ງກ່ອນເພື່ອຮັບປະກັນດ້ານເຕັກນິກ ແລະ ມາດຕະຖານໃຫ້ດີກ່ອນຈະມີການມອບ-ຮັບຢ່າງເປັນທາງການໃນທຸກໆໂຄງການ. ນອກຈາກນີ້, ບັນດາໂຄງການລົງທຶນຂອງລັດ ລວມທັງໂຄງການເພື່ອສົມທົບທຶນໃຫ້ແກ່ໂຄງການຊ່ວຍເຫລືອຈາກຕ່າງປະເທດທີ່ໄດ້ຮັບຮອງຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງແລ້ວ ຕ້ອງໄດ້ປະຕິບັດຕາມຂັ້ນຕອນຢ່າງເຄັ່ງຄັດ, ຫ້າມເດັດຂາດບໍ່ໃຫ້ດໍາເນີນການກ່ອນທີ່ອົງການທີ່ມີສິດອະນຸມັດພິຈາລະນາເຫັນດີ, ຖ້າລະເມີດຕ້ອງຮັບຜິດຊອບຕາມລະບຽບກົດໝາຍກໍານົດໄວ້.

 

ຂ່າວຈາກ: ໜັງສືພິມລາວພັດທະນາ

ຮູບພາບປະກອບຈາກ: ສຳນັກຂ່າວເອບີຊີລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...