spot_img
Homeຂ່າວຕ່າງປະເທດຜູ້ຊ່ຽວຊານຫວັ່ນ IS ໂຈມຕີຢຸໂຣບຊ່ວງທ້າຍປີ

ຜູ້ຊ່ຽວຊານຫວັ່ນ IS ໂຈມຕີຢຸໂຣບຊ່ວງທ້າຍປີ

Published on

ນັກວິທະຍາສາດການເມືອງ ເຕືອນປັນຫາຈໍານວນເຈົ້າໜ້າທີ່ຮັບມືເທດສະການປີໃໝ່ເປີດຊ່ອງໃຫ້ກຸ່ມກໍ່ການຮ້າຍໂຈມຕີຢຸໂຣບຊ່ວງທ້າຍປີ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 27 ທັນວາ ທີ່ຜ່ານມາວ່າ: ກຸ່ມກໍ່ການຮ້າຍເລັ່ງກໍ່ເຫດເປົ້າໝາຍມຸ່ງໄປທີ່ຊາດຕະເວັນຕົກໃນຊ່ວງເທດສະການວັນສົ່ງທ້າຍປີເກົ່າ ທີ່ຈະເປີດໂອກາດໃຫ້ກໍ່ເຫດໄດ້ ໂດຍ ໂຄລິນ ຄະລາຣ໌ກ ນັກວິທະສາດການເມືອງ ແລະຜູ້ຊ່ຽວຊານດ້ານການກໍ່ການຮ້າຍ ເຕືອນວ່າ ຈະເກີດເຫດການຮ້າຍຫຼາຍຢ່າງໃນປີນີ້ ໂດຍຄໍາຂູ່ນີ້ມາຈາກກຸ່ມກໍ່ການຮ້າຍລັດອິດສະລາມອິລັກ ແລະຊີເຣຍ ຫຼືກຸ່ມໄອຊິສ ທີ່ມາຈາກປັນຫາເຈົ້າໜ້າທີ່ ອາດນໍາໄປສູ່ການໂຈມຕີໃນເມືອງນີຊ ຫຼືປາຣີດ.

ໂດຍຊີ້ວ່າ ການລວມຕົວກັນຈໍານວນຫຼາຍຂອງປະຊາຊົນໃນຊ່ວງເທດສະການປີໃໝ່ ເຮັດໃຫ້ເຈົ້າໜ້າທີ່ຕ້ອງກະຈາຍກໍາລັງ ເພື່ອການກວດສອບ ລວມເຖິງການຈູດພຸໄຟສະເຫຼີມສະຫຼອງຍິ່ງເຮັດໃຫ້ງ່າຍຕໍ່ການອາໄສຈັງຫວະສໍາຫຼັບການກໍ່ເຫດໄດ້ງ່າຍຂຶ້ນ.

ນອກຈາກນີ້ ຍັງຫວັ່ນວ່າກຸ່ມກໍ່ການຮ້າຍ ແລະກຸ່ມອາຊະຍາກໍາໃນຢຸໂຣບ ອາດຮ່ວມມືກັນກໍ່ເຫດໃນຊ່ວງເທດສະການນີ້ດ້ວຍ ອາດຈະເກີດເຫດທີ່ເບລຢ່ຽມ ຫຼືເຢຍລະມັນ ດ້ວຍກໍເປັນໄດ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...