Homeຂ່າວພາຍ​ໃນຜົນຂອງການແຂ່ງຂັນ Toyota Mekong Club Championship 2016 ນັດ LANEXANG UNITED vs Yadanarbon F.C.

ຜົນຂອງການແຂ່ງຂັນ Toyota Mekong Club Championship 2016 ນັດ LANEXANG UNITED vs Yadanarbon F.C.

Published on

ການແຂ່ງຂັນ Toyota Mekong Club Championship 2016 ນັດ LANEXANG UNITED vs Yadanarbon F.C. ໃນສະໜາມ ທີ່ ປະເທດ ມຽນມາ ຖືວ່າທັງສອງທີມໄດ້ຟາດແຂ່ງກັນໃນສະໜາມຢ່າງດຸເດັດເຜັດມັນ ໃນເຄິ່ງເວລາທຳອິດ ທີມລ້ານຊ້າງ ຢູໄນເຕັດສາມາດຍິງປະຕູນຳໄປກ່ອນ 2-1 ຈາກການຍິງຂອງ ຂອງ ມະໂນລົມ ແລະ ລັດສະໝີ

ມາຮອດເຄິ່ງເວລາທີສອງ ທີມລ້ານຊ້າງ ຢູໄນເຕັດກໍ່ບໍ່ເຮັດໃຫ້ແຟນບານຜິດຫວັງ ໂດຍການຍິງປະຕູເພີ່ມອີກລູກໜຶ່ງ ໃນທີທີ 83 ຈາກການຍິງຂອງ ສຸກອາພອນວົງ ຈຽງຄຳ ເປັນທີມລ້ານຊ້າງ ຢູໄນເຕັດ ນຳທີມ Yadanarbon F.C. 3-1 ແຕ່ບໍ່ພໍເທົ່າໃດນາທີ ມຽນມາ ກໍ່ສາມາດເຮັດປະຕູ ພາຍໃນ 5 ນາທີ ໄດ້ 2 ປະຕູຕິດຕໍ່ກັນ

ຜົນຂອງການແຂ່ງຂັນ Toyota Mekong Club Championship 2016 ນັດ LANEXANG UNITED vs Yadanarbon F.C. ຈົບເກມ ສະເໝີກັນ 3-3 ເຊິ່ງເຮັດໃຫ້ທີມ ລ້ານຊ້າງ ຢູໄນເຕັດ ສາມາດຜ່ານເຂົ້າໄປຮອບຊິງຊະນະເລີດ ເຊິ່ງຈະພົບກັບ ທີມ ສະໂມສອນ Boeung Ket Angkor

446

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...