spot_img
Homeຊີວິດແລະຄວາມຮັກສຸດຊຶ້ງນ້ຳຕາຈະໄຫຼ ເລື່ອງເກີດທີ່ໂຮງໝໍປະເທດຈີນ

ສຸດຊຶ້ງນ້ຳຕາຈະໄຫຼ ເລື່ອງເກີດທີ່ໂຮງໝໍປະເທດຈີນ

Published on

ສຳນັກຂ່າວຕ່າງປະເທດລາຍງານ (ບໍ່ໄດ້ລະບຸວັນທີເດືອນປີເອົາໄວ້) ກ່າວວ່າ ປູ່ເຖົ້າເຝິງອາຍຸ 92 ປີ ເຂົ້າຮັບການປິ່ນປົວໃນໂຮງໝໍອິນໂຈວ ເມືອງໜິງໂປ ມົນທົນເຈີ້ຈຽງ ຍ້ອນການເຮັດວຽກຂອງອະໄວຍະວະພາຍໃນຮ່າງກາຍຫຼາຍຢ່າງລົ້ມແຫຼວ ເຊິ່ງຫຼັງຈາກປິ່ນປົວຢູ່ໃນຫ້ອງ ມໍລະສຸມ ເປັນເວລາດົນ ທາງກະໂຕປູ່ເຝິງເອງແລະຄົນໃນຄອບຄົວ ຕັດສິນໃຈຮ່ວມກັນວ່າຈະບໍ່ຂໍຮັບການປິ່ນປົວຕໍ່ອີກ ແລະຖ້າຈະຕ້ອງຈາກໂລກນີ້ໄປກໍຂໍຈາກໄປຢ່າງສະຫງົບຢູ່ເຮືອນ ແຕ່ໃນຂະນະທີ່ປູ່ເຝິງຢູ່ໂຮງໝໍບໍ່ໄດ້ພົບຍ່າ ຄູ່ທຸກຄູ່ຍາກເລີຍ ເນື່ອງຈາກວ່າເຝິງກໍເຖົ້າແຮງແລ້ວ ແລະເຂົ້າປິ່ນປົວຢູ່ໂຮງໝໍແຫ່ງນີ້ເຊັ່ນດຽວກັນເນື່ອງຈາກກະດູກຫັກ.

ກ່ອນທີ່ຈະອອກຈາກ ຫ້ອງມໍລະສຸມ ແລະກັບໄປເຮືອນ ປູ່ເຝິກໄດ້ຂໍຮ້ອງທ່ານໝໍແລະຄົນໃນຄອບຄົວເປັນເທື່ອສຸດທ້າຍວ່າ ຕ້ອງການພົບໜ້າຍ່າ ຄົນທີ່ປູ່ຮັກແລະຫ່ວງທີ່ສຸດ ເຈົ້າໜ້າທີ່ໂຮງໝໍຈຶ່ງໄດ້ຍູ້ຕຽງຍ່າເຝິງມາພົບກັບປູ່ເຝິງ ເມື່ອທັງສອງພົບກັນ ຕ່າງກໍຈັບມືກັນແລະກັນ ແລະຍ່າເຝິງໄດ້ເວົ້າວ່າ “ບໍ່ຕ້ອງຫ່ວງເດີ ຂ້ອຍເບິ່ງແຍງໂຕເອງໄດ້ ຖ້າຂ້ອຍກ່ອນເດີ ອີກບໍ່ດົນຈັກໜ້ອຍຂ້ອຍກໍຈະນຳໄປ”.

ເມື່ອເລື່ອງນີ້ຖືກເຜີຍແພ່ອອກໄປສູ່ສັງຄົມອອນລາຍ ຊາວຈີນຕ່າງແຊເລື່ອງລາວນີ້ແລະຕ່າງບອກວ່າ ເປັນເລື່ອງທີ່ຊຶ້ງທີ່ສຸດ ຄວາມຮັກຄືສິ່ງທີ່ບໍລິສຸດແທ້ໆ.

15672722_920940658037498_2128712912927849635_n-522x696

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...