Homeຂ່າວຕ່າງປະເທດໄຊບີເຣຍໜາວໜັກ ອຸນຫະພູມຕິດລົບ 60 ອົງສາ ຈົນຂົນຕາກາຍເປັນນ້ຳແຂງ

ໄຊບີເຣຍໜາວໜັກ ອຸນຫະພູມຕິດລົບ 60 ອົງສາ ຈົນຂົນຕາກາຍເປັນນ້ຳແຂງ

Published on

ເວັບໄຊ ເດິ ໄຊບີຣຽນ ໄທມສ໌ ລາຍງານເມື່ອວັນທີ 22 ທັນວາ 2016 ທີ່ຜ່ານມາວ່າ ພື້ນທີ່ທາງໄຊບີເຣຍຕະເວັນຕົກມີອຸນຫະພູມຕິດລົບເຖິງ 60 ອົງສາ ໜາວໜັກຈົນຂົນຄິ້ວ, ຂົນຕາ, ໜວດເຄົາ ຫຼື ຂົນເສື້ອຜ້າທີ່ນຸ່ງຫົ່ມກາຍເປັນນ້ຳແຂງ ຈົນກາຍເປັນເທຣນແຟຊັ່ນໃໝ່ໃນຕອນນີ້

ດ້ວຍສະພາບອາກາດທີ່ໜາວໜັກນີ້ ເຮັດໃຫ້ໂຮງຮຽນຫຼາຍແຫ່ງປະກາດຢຸດການຮຽນ ແຕ່ກໍ່ຍັງມີນັກຮຽນອີກຈຳນວນຫຼາຍ ທີ່ຕ້ອງຍ່າງທ່າມກາງຫິມະ ແລະ ຄວາມໜາວເຢັນ ອຸນຫະພູມຕິດລົບ 52 ອົງສາ ໄປໂຮງຮຽນ ເນື່ອງຈາກການສັນຈອນເປັນອຳມະພາດຍ້ອນຫິມະຕົກໜັກ

ທັງນີ້ ເຖິງແມ່ນວ່າສະພາບອາກາດຈະໜາວເຢັນພຽງໃດກໍ່ຕາມ ແຕ່ປະຊາຊົນໃນທ້ອງຖິ່ນກໍ່ຍັງມີຄວາມສຸກ ມີກິດຈະກຳຫຼິ້ນທ້າຄວາມໜາວ ບໍ່ວ່າຈະເປັນການລອຍນ້ຳໃນລະດູໜາວ, ໄອຊ໌ ບັດເກັດ, ໂຊສາດນ້ຳຮ້ອນຂຶ້ນກາງອາກາດເປັນຕົ້ນ.

96-65 96-55 96-54 96-53

ຂ່າວຈາກ: http://news.sanook.com/2142550/

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...