Homeຂ່າວພາຍ​ໃນສະໂມສອນ YADANARBON ພົບກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ທີ່ ມຽນມາ

ສະໂມສອນ YADANARBON ພົບກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ທີ່ ມຽນມາ

Published on

ໃນຕອນເຊົ້າຂອງວັນທີ 25/12/2016 (ວານນີ້) ທີມນັກເຕະຊ້າງສານ ແຊັ້ມລາຍການລາວພຣີເມຍລີກ 2016 ພ້ອມດ້ວຍຄູຝຶກ ແລະ ທີມງານ ໄດ້ອອກເດີນທາງຈາກສະໜາມບິນ ສາກົນ ວັດໄຕ ນະຄອນຫຼວງວຽງຈັນ ໄປທີ່ແຂວງ ມັນດາເລ ປະເທດ ມຽນມາ ເພື່ອເຂົ້າຮ່ວມແຂ່ງຂັນ Toyota Mekong Club championship 2016 ຮອບທຳອິດນັດສຸດທ້າຍ ເຊິ່ງເປັນການພົບກັນລະຫວ່າງ “ສະໂມສອນ YADANARBON ພົບກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ”

ສະໂມສອນ YADANARBON ເປີດບ້ານຮັບການມາເຢືອນຂອງ ສະໂມສອນ ລ້ານຊ້າງ ຢູໄນເຕັດ, ເຊິ່ງນັດນີ້ເປັນນັດທີ່ທີມເຈົ້າພາບຕ້ອງທຳງານໜັກ ເພາະຕ້ອງເອົາຊະນະຢ່າງດຽວຈິ່ງຈະມີຫວັງຜ່ານເຂົ້າໄປຮອບຊິງຊະນະເລີດໄດ້

ເຊິ່ງຜົນງານທີ່ຜ່ານມາ ສະໂມສອນ ລ້ານຊ້າງ ຢູໄນເຕັດ ທີມຕົວແທນຈາກປະເທດລາວ ແມ່ນເປັນຝ່າຍໄດ້ປຽບ ເພາະມີ 3 ຄະແນນຮອງທ້ອງໄວ້ຢູ່ແລ້ວ ຈາກການຊະນະ SHB DA NANG ໃນການແຂ່ງຂັນນັດທຳອິດ, ສ່ວນທາງສະໂມສອນ YADANARBON ມີພຽງ 1 ຄະແນນ ເຊິ່ງເຮັດຜົນງານໄດ້ພຽງສະເໝີ ກັບທີມ SHB DA NANG ໃນການແຂ່ງຂັນຮອບທຳອິດ. ເຊິ່ງການແຂ່ງຂັນໃນນັດນີ້ ພຽງແຕ່ສະໂມສອນ ລ້ານຊ້າງ ຢູໄນເຕັດ ບຸກໄປສະເໝີກັບ ສະໂມສອນ YADANARBON ເທົ່ານັ້ນ ກໍ່ຈະສາມາດຜ່ານເຂົ້າຮອບໄປ ພົບກັບ ສະໂມສອນ Boeung Ket Angkor ໃນຮອບຮອງຊະນະເລີດ.

ຂໍແຮງເຊຍຈາກຊາວລາວທັງປະເທດ ເພື່ອເປັນກຳລັງໃຈແກ່ທັບພະລັງຊ້າງສານສ້າງປະຫວັດສາດໜ້າໃໝ່
ໃນການແຂ່ງຂັນ Toyota Mekong Club Championship 2016 ທີ່ ປະເທດ ມຽນມາ, ໃນວັນທີ 27 ທັນວາ 2016 ນີ້ ເວລາ 18:00 ໂມງ.

ທາງທີມງານລາວໂພສຕ໌ ຂອງໃຫ້ທັບນັກກີລາ ທີມຊ້າງສານ “ລ້ານຊ້າງ ຢູໄນເຕັດ” ໄດ້ຮັບໄຊຊະນະໃນການແຂ່ງຂັນນັດນີ້ ແລະ ເດີນທາງກັບທາງບ້ານຢ່າງປອດໄພ

749-2 4021

ຂໍ້ມູນ ແລະ ຮູບພາບຈາກ:

588-9
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...