spot_img
Homeຂ່າວພາຍ​ໃນມື້ອື່ນເລີກງາມຍາມດີ ລົງມືສ້າງທາງລົດໄຟ ລາວ-ຈີນ

ມື້ອື່ນເລີກງາມຍາມດີ ລົງມືສ້າງທາງລົດໄຟ ລາວ-ຈີນ

Published on

25 ທັນວານີ້ຈະເປີດສາກລົງມືກໍ່ສ້າງເສັ້ນທາງລົດໄຟຢ່າງເປັນທາງການຢູ່ ແຂວງຫລວງພະບາງ.

ຂປລ. ມື້ອື່ນນີ້ວັນທີ 25 ທັນວາ 2016 ແມ່ນເປັນມື້ເລິກງາມຍາມດີ, ລັດຖະບານລາວຈະຈັດພິທີວາງສີລາເລີກໂຄງການກໍ່ສ້າງລົດໄຟລາວ-ຈີນຢ່າງເປັນທາງການຢູ່ເຂດບ້ານພອນໄຊ ເມືອງຫຼວງພະບາງ ເຊິ່ງຈະມີການນໍາຂັ້ນສູງຈາກສອງຝ່າຍເຂົ້າຮ່ວມເປີດການກໍ່ສ້າງເສັ້ນທາງລົດໄຟ.

ການວາງສີລາເລີກກໍ່ສ້າງເສັ້ນທາງລົດໄຟດັ່ງນີ້ແມ່ນການເປີດສາກກໍ່ສ້າງທາງເສັ້ນທາງລົດໄຟຜ່ານແຕ່ລະແຂວງໃນມື້ດຽວ.

ສໍາລັບເສັ້ນທາງລົດໄຟຜ່ານແຂວງຫຼວງພະບາງ ມີຄວາມຍາວທັງໝົດ 80 ກິໂລແມັດ ຜ່ານໃນ 3 ເມືອງຄື: ເມືອງຈອມເພັດມີ 19 ບ້ານທີ່ໄດ້ຮັບຜົນກະທົບ,ເມືອງຫຼວງພະບາງ 11 ບ້ານ ແລະ ເມືອງຊຽງເງິນ 14 ບ້ານ, ສ້າງຂົວຂ້າມນໍ້າຂອງ 1 ແຫ່ງ, ອຸໂມງ 6 ແຫ່ງ , ມີ 1 ສະຖານີໃຫຍ່ ແລະ 4 ສະຖານີນ້ອຍ.
ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...