Homeຂ່າວທ້ອງຖິ່ນພະຍາກອນອາກາດ ນັບແຕ່ວັນທີ 23-25 ທັນວາ ນີ້

ພະຍາກອນອາກາດ ນັບແຕ່ວັນທີ 23-25 ທັນວາ ນີ້

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 23-25 ທັນວານີ້, ມວນ ອາກາດໜາວເຢັນຈະມີກຳລັງແຮງເພີ້ມຂຶ້ນ ປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງປານກາງ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງຕື່ມອີກ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ທ້ອງຖິ່ນໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ: ອາກາດຍັງຈະເຢັນຫາໜາວເຢັນລົງຕື່ມອີກ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 10-12 ອົງສາ ແລະ ສູງສຸດ 20-22 ອົງສາ; ພາກເໜືອດ້ານຕາເວັນຕົກ: ອາກາດຈະເຢັນລົງຕື່ມອີກ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 28-30 ອົງສາ; ນະຄອນຫລວງວຽງຈັນ: ອາກາດຈະສືບຕໍ່ເຢັນລົງ ອຸນຫະ ພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 29-31 ອົງສາ; ພາກກາງ: ອາກາດຈະເຢັນລົງຕື່ມ ແລະ ມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 26-28 ອົງສາ; ພາກໃຕ້: ອາກາດຈະເຢັນລົງ ແລະ ມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 29-31 ອົງສາ. ຈຶ່ງເຕືອນໃຫ້ປະຊາຊົນ ເຮົາຜູ້ອາໄສຢູ່ແຕ່ລະພາກ ຈົ່ງມີສະຕິຮັກສາສຸຂະພາບຂອງຕົນໃຫ້ດີ, ໂດຍສະເພາະ ແມ່ນເອົາໃຈໃສ່ປະຕິບັດຫລັກການອະນາໄມ ກິນຢູ່ ໃຫ້ສະອາດ ແລະ ນຸ່ງຮົ່ມໃຫ້ອົບອຸ່ນຢູ່ສະເໝີ.

ທີ່ມາຈາກ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...